ມູນ​ຄ່າການ​ຜະ​ລິດຂອງວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ຈີນ​ທີ່​ມີ​ລາຍ​ຮັບ​ຕໍ່​ປີ 20 ລ້ານຢວນ​ຂຶ້ນ​ໄປ​ ໃນ​ປີ 2020 ໄດ້​ເພີ່ມ​ຂຶ້ນ 2,8%

2021-01-27 15:02:28 |ມາຈາກ: CRI

ວັນ​ທີ 26 ມັງ​ກອນ​ນີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ​ຂອງ​ຈີນ​ໄດ້ ປະ​ກາດ​ຕົວ​ເລກ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ປີ 2020, ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ໄດ້​ຟື້ນ​ຄືນ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ, ​ມູນ​ຄ່າ​ການ​ຜະ​ລິດຂອງວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ທີ່​ມີ​ລາຍ​ຮັບ​ຕໍ່​ປີ​ແຕ່ 20 ລ້ານຢວນ​ຂຶ້ນ​ໄປ ໄດ້​ເພີ່ມ​ຂຶ້ນ 2,8% ເມື່ອ​ທຽບ​ໃສ່​ປີ 2019, ໃນ​ນັ້ນ, ຂະ​ແໜງ​ການ​ຜະ​ລິດ​​ໄດ້​ສ້າງ​ມູນ​ຄ່າ​ເພີ່ມ​ຫຼາຍກວ່າ​ປີ 2019 3,4%. ນອກ​ນີ້, ຂະ​ແໜງ​ການ​ຂໍ້​ມູນ​ຂ່າວ​ສານ​ແລະ​ໂທ​ລະ​ຄົມ​ກໍ່​ໄດ້​ຮັກ​ສາ​ທ່ວງ​ທ່າ​ພັດ​ທະ​ນາ​ທີ່​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ. ປີ 2021, ຈີນ​ຍັງ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ສ້າງ​ຕາ​ໜ່າງ 5G, ​ຕາມ​ແຜນ​ການ ​ຈະ​ສ້າງ​ສະ​ຖາ​ນີ 5G ເພີ່ມ​ອີກ 6 ແສນ​ແຫ່ງ, ເພື່ອ​ຊຸກ​ຍູ້​​ການຍົກ​ສູງ​ຄວາມ​ສາ​ມາດ​ພື້ນ​ຖານ​ຂອງ​ຂະ​ແໜງ​ການ​ດັ່ງ​ກ່າວ.