ຜູ້​ຊ່ຽວ​ຊານ​ຣັດ​ເຊຍ​ເຫັນ​ວ່າ ຄຳ​ປາ​ໄສພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນກອງ​ປະ​ຊຸມ​ສົນ​ທະ​ນາ“ວາ​ລະ​ດາ​ວອ​ສ໌”ໄດ້​ຊີ້​ແຈງ​ທິດ​ທາງ​ພັດ​ທະ​ນາ​ໃຫ້​ກັບໂລກ

2021-01-27 15:03:43 |ມາຈາກ: CRI

ວັນ​ທີ 25 ມັງ​ກອນນີ້, ທ່ານ​ເຊີ​ເກ ຊາ​ນາ​ໂຄ​ເອັ​ຟ ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ຣັດ​ເຊຍ-ຈີນໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຄຳ​ປາ​ໄສ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ທີ່​ກ່າວໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ“ວາ​ລະ​ດາ​ວອ​ສ໌”​ທີ່​ມີ​ຫົວ​ຂໍ້​ວ່າ“ຈົ່ງ​ໃຫ້​ທວນ​ໄຟ​ຂອງ​ລັດ​ທິ​ຫຼາຍ​ຝ່າຍ​​ເປັນ​ແສງ​ສະ​ຫວ່າງເຍືອງ​ທາງ​ໃຫ້​ແກ່ມວນ​ມະ​ນຸດກ້າວ​ເດີນ​ໄປ​ໜ້າ”ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ ເຊິ່ງ​ໄດ້ຊີ້​ແຈງ​ທິດ​ທາງການ​ພັດ​ທະ​ນາ​ໃຫ້​ກັບ​ໂລກ​ທ່າມ​ກາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທ່ານ​ຊາ​ນາ​ໂຄ​ເອັ​ຟ​ກ່າວ​ວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກຈົ່ງ​ປະ​ຖິ້ມ​ແນວ​ຄິດ​ອະ​ຄະ​ຕິ​ແລະ​ຄ່າ​ນິ​ຍົມ​ທີ່​ບັງ​ຄັບ​ໃຫ້​ປະ​ເທດ​ອື່ນ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ຕົນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ເທືອນ​ໃຈ​ຫຼາຍ​ຕໍ່​ຈຸດນີ້. ໂລກ​ເຮົາ​ນີ້​ທີ່​ຈິງ​ແລ້ວ​ກໍ​ມີ​ຄວາມຫຼາກ​ຫຼາຍ​ສີ​ສັນ, ຖ້າ​ວ່າ​ພວກ​ເຮົາ​ສາ​ມາດ​ຊອກ​ເຫັນວິ​ທີ​ໃດ​ໜຶ່ງ​ເພື່ອ​ເຮັດ​ໃຫ້​ຄວາມ​ຫຼາກ​ຫຼາຍ​ແບບນີ້​ສາ​ມາດພັດ​ທະ​ນາ​ໃຫ້​ຈະ​ເລີນຮຸ່ງ​ເຮືອງກວ່າ​ເກົ່າ, ມັນກໍ​ຈະ​ກາຍ​ເປັນ​ຮູບ​ແບບການ​ພັດ​ທະ​ນາ​ທີ່​ດີ​ທີ່​ສຸດ. ການ​ທີ່ຕ້ອງ​ການ​ແຜ່​ຂະ​ຫຍາຍລັດ​ທິ​ມະ​ຫາ​ອຳ​ນາດ​ເປັນ​ໄປ​ບໍ່​ໄດ້​ຢ່າງ​ແນ່ນອນ.

ທ່ານ​ຊາ​ນາ​ໂຄ​ເອັ​ຟ​ຍັງ​ກ່າວ​ຕື່ມວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງໄດ້​ເນັ້ນ​ໃຫ້​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ຍຶດ​ໝັ້ນການ​ປົກ​ປັກ​ຮັກ​ສາ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ​ ນັ້ນ​ກໍຄື ສັນ​ຕິ​ພາບ ການ​ພັດ​ທະ​ນາ ຄວາມ​ຍຸ​ຕິ​ທຳ ຄວາມ​ເປັນ​ທຳ ປະ​ຊາ​ທິ​ປະ​ໄຕ ແລະ​ເສ​ລີ​ພາບ, ເຊິ່ງ​ໄດ້ຊີ້​ແຈງ​ທິດ​ທາງແລະ​ເສັ້ນ​ທາງການ​ພັດ​ທະ​ນາ​ໃຫ້ແກ່​ມວນ​ມະ​ນຸດ​ທ່າມ​ກາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.