ຕອນຄໍ່າວັນທີ 25 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາ “ວາລະດາວອສ” ຂອງເວທີປຶກສາຫາລືເສດຖະກິດໂລກຜ່ານທາງວີດີໂອ ແລະກ່າວຄຳປາໄສພິເສດຢູ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ປະຈຸບັນ, ການລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນສິ້ນສຸດລົງເທື່ອ, ບັ້ນຮົບຕໍ່ສູ້ກັບພະຍາດຍັງຄົງດຳເນີນຕໍ່ໄປຢູ່. ແຕ່ພວກເຮົາເຊື່ອໝັ້ນວ່າ, ລະດູໜາວທີ່ໜາວຈັດບໍ່ສາມາດກີດຂວາງບາດກ້າວຂອງລະດູບານ ໃໝ່ໄດ້, ຄວາມມືດຂອງກາງຄືນບໍ່ສາມາດປິດບັງແສງອາລຸນວັນໃໝ່ໄດ້.ມວນມະນຸດຈະສາມາດເອົາຊະນະພະຍາດໂຄວິດ-19 ໄດ້ຢ່າງແນ່ນອນ, ມີການເຕີບໂຕ ມີຄວາມກ້າວໜ້າ ແລະ ສາມາດຟື້ນຄືນຊີບໄດ້ທ່າມກາງການຕໍ່ສູ້ກັບໄພພິບັດ.
ທ່ານສີຈິ້ນຜິງກ່າວວ່າ: ໃນໂລກບໍ່ມີໃບໄມ້ 2 ໃບທີ່ຄືກັນໝົດທຸກຢ່າງ, ທັງບໍ່ມີວັດທະນະທຳປະຫວັດສາດ ແລະ ລະບອບສັງຄົມທີ່ຄືກັນທັງໝົດ. ວັດທະນະທຳປະຫວັດສາດ ແລະລະບອບສັງຄົມຂອງບັນດາປະເທດລ້ວນແຕ່ມີເອກະລັກຂອງໃຜລາວ, ແຕ່ບໍ່ໄດ້ຈຳແນກຄວາມສູງສົ່ງ ແລະຄວາມຕໍ່າຕ້ອຍ,ສິ່ງສຳຄັນຂຶ້ນຢູ່ກັບວ່າມັນຈະສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນຫຼືບໍ່, ໄດ້ຮັບແຮງສັດທາ ແລະການສະໜັບສະໜູນຈາກປະຊາຊົນຫຼືບໍ່, ສາມາດສ້າງຄວາມໝັ້ນຄົງທາງດ້ານການເມືອງ ຄວາມກ້າວໜ້າທາງດ້ານສັງຄົມ ແລະ ສາມາດປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໄດ້ຫຼືບໍ່, ທັງສາມາດປະກອບສ່ວນເຂົ້າໃນຄວາມກ້າວໜ້າຂອງມວນມະນຸດໄດ້ຫຼືບໍ່.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຂໍພຽງແຕ່ແມ່ນສິ່ງທີ່ມີຜົນປະໂຫຍດຕໍ່ມວນມະນຸດ, ຈີນກໍຈະເຮັດໂດຍຖືວ່າເປັນພັນທະຂອງຕົນ ແລະຈະເຮັດໃຫ້ດີ. ຈີນຈະໃຊ້ການກະທຳຕົວຈິງເພື່ອປະຕິບັດຕາມລັດທິຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການປົກປ້ອງບ້ານເມືອງຮ່ວມຂອງພວກເຮົາ ແລະບັນລຸການພັດທະນາແບບຍືນຍົງຂອງມວນມະນຸດ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຄວນບໍລິຫານປະຊາຄົມໂລກຕາມລະບຽບການ ແລະຄວາມເຫັນທີ່ເປັນເອກະພາບກັນທີ່ບັນດາປະເທດໄດ້ຕົກລົງຮ່ວມກັນ, ແຕ່ບໍ່ຄວນໃຫ້ປະເທດໃດໜຶ່ງ ຫຼື ບາງປະເທດອອກຄຳສັ່ງແບບບັງຄັບ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ວັດທະນະທຳປະຫວັດສາດ ແລະລະບອບສັງຄົມຂອງບັນດາປະເທດມີຄວາມແຕກຕ່າງກັນມາແຕ່ບູຮານນະການ, ແມ່ນເອກະລັກສະເພາະດ້ານອະລິຍະທຳຂອງມະນຸດ. ຖ້າບໍ່ມີຄວາມຫຼາກຫຼາຍ, ກໍບໍ່ມີອະລິຍະທຳຂອງມະນຸດ. ຄວາມຫຼາກຫຼາຍເປັນຄວາມຈິງພາວະວິໄສ, ຈະຄົງຕົວຢູ່ເປັນໄລຍະຍາວນານ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຄວາມແຕກຕ່າງກັນບໍ່ແມ່ນສິ່ງທີ່ໜ້າຢ້ານກົວ, ສິ່ງທີ່ໜ້າຢ້ານກົວແມ່ນຄວາມອວດອົ່ງ ຄວາມເຫັນທີ່ອະຄະຕິ ແລະ ແນວຄິດເປັນປໍລະປັກກັນ, ສິ່ງທີ່ໜ້າຢ້ານກົວແມ່ນເຈຕະນາແບ່ງແຍກອະລິຍະທຳຂອງມະນຸດອອກເປັນຫຼາຍລະດັບ, ສິ່ງທີ່ໜ້າຢ້ານກົວແມ່ນການບັງຄັບຜູ້ອື່ນໃຫ້ຍອມຮັບວັດທະນະທຳປະຫວັດສາດ ແລະລະບອບສັງຄົມຂອງຕົນ. ບັນດາປະເທດຄວນຢູ່ຮ່ວມກັນໂດຍສັນຕິບົນພື້ນຖານການເຄົາລົບກັນ ແລະ ສະແຫວງຫາຄວາມເປັນເອກະພາບກັນ ແລະ ສະຫງວນຄວາມແຕກຕ່າງກັນ, ຊຸກຍູ້ການແລກປ່ຽນລະຫວ່າງປະເທດຕ່າງໆ, ເພີ່ມແຮງຂັບເຄື່ອນໃຫ້ແກ່ການພັດທະນາແລະຄວາມກ້າວໜ້າດ້ານອະລິຍະທຳຂອງມວນມະນຸດ.