ໃນປີ 2020 ລາຍຮັບທີ່ສາມາດໃຊ້ໄດ້ສະເລ່ຍຕໍ່ຫົວຄົນຂອງຄົນແຂວງຢຸນນານເພີ່ມຂຶ້ນ 5,5% ເມື່ອປຽບທຽບກັບປີທີ່ຜ່ານມາ

2021-01-28 11:23:44 |ມາຈາກ: Yunnan Gateway

ວັນທີ 25 ມັງກອນ,ອີງຕາມສະຖິຕິຈາກທິມສຳຫຼວດກວດກາແຂວງຢຸນນານຂອງກົມສະຖິຕິແຫ່ງຊາດ,ໃນປີ 2020 ລາຍຮັບທີ່ໃຊ້ໄດ້ສະເລ່ຍຕໍ່ຫົວຄົນຂອງຄົນແຂວງຢຸນນານບັນລຸ 23295 ຢວນ,ເພີ່ມຂຶ້ນ 5,5% ເມື່ອປຽບທຽບກັບປີທີ່ຜ່ານມາ. ລາຍຈ່າຍເພື່ອການບໍລິໂພກ ສະເລ່ຍຕໍ່ຫົວຄົນຂອງຄົນແຂວງຢຸນນານບັນລຸ 16792 ຢວນ, ເພີ່ມຂຶ້ນ 6,4%ເມື່ອປຽບທຽບກັບປີທີ່ຜ່ານມາ.

ໃນປີ 2020, ເນື່ອງຈາກປະເຊີນກັບການລະບາດຂອງພະຍາດໂຄວິດ-19, ແຂວງຢຸນນານວາງແຜນ ການປ້ອງກັນຄວບຄຸມການລະບາດ,ແລະ ການພັດທະນາເສດຖະກິດສັງຄົມຢ່າງມີວິທະຍາສາດ, ລາຍຮັບ ແລະ ລາຍຈ່າຍຂອງຊາວເມືອງແຂວງຢຸນນານ ຟື້ນຕົວຢ່າງຕໍ່ເນື່ອງ, ແລະ ຊີວິດການເປັນຢູ່ພື້ນຖານຂອງຊາວເມືອງໄດ້ຮັບການຮັບປະກັນທີ່ມີປະສິດທິຜົນ.ໃນດ້ານການບໍລິໂພກຊາວເມືອງເຊັ່ນ ອາຫານ, ຢາສູບ, ເຫຼົ້າ, ການຂົນສົ່ງຄົມມະນາຄົມ ແລະ ການສື່ສານແລະ ການແພດ ກັບ ການຮັກສາອະນາໄມ ໄດ້ມີການຂະຫຍາຍຕົວຢ່າງໄວວາ; ໃນດ້ານການໃຊ້ຈ່າຍຂອງຊາວເມືອງເຊັ່ນ ເຄື່ອງນຸ່ງ, ເຄື່ອງອຸປະໂພກ ແລະ ບໍລິການ, ບ່ອນພັກອາໄສ ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ;ການສຶກສາວັດທະນະທຳ ແລະ ການບັນເທີງ, ເຄື່ອງໃຊ້ແລະ ການບໍລິການອື່ນໆໄດ້ຫຼຸດລົງ.

ສະຫຼຸບລວມແລ້ວ, ໃນປີ 2020, ການໃຊ້ຈ່າຍຂອງຄົນໃນເຂດຊົນນະບົດຂອງແຂວງຢຸນນານ ມີຄວາມໄວເພີ່ມຂຶ້ນຫຼາຍກວ່າຊາວເມືອງທີ່ອາໄສໃນຕົວເມືອງ, ແລະ ການຫຼຸດໂຕນກັນຂອງຕົວເມືອງ ແລະ ຊົນນະບົດຍັງຈະສືບຕໍ່ຫຼຸດລົງ.

ນັກຂ່າວ ຫູຊຽວຫຼົງ