ຂາອອກຂອງໄປສະນີດ່ວນສາກົນ ທີ່ດ່ານບໍ່ຫານ ໄດ້ຮັບຜົນສຳເລັດທີ່ມີລັກສະນະບຸກທະລຸ ເປັນຄັ້ງທຳອິດ

2021-01-28 11:27:06 |ມາຈາກ: Yunnan Gateway

ໃນປີ 2020, ປະລິມານໄປສະນີດ່ວນສາກົນ ຂາເຂົ້າ ແລະ ຂາອອກທັງໝົດໃນປີນີ້ຢູ່ດ່ານບໍ່ຫານ ບັນລຸ 728.600 ອັນ, ໃນນັ້ນ, ໄປສະນີດ່ວນສາກົນຂາເຂົ້າມີ 725.200 ອັນ, ເພີ່ມຂຶ້ນ 100,89% ເມື່ອປຽບທຽບກັບປີທີ່ຜ່ານມາ. ໄປສະນີດ່ວນສາກົນຂາອອກ ມີ3.400 ອັນ, ການສົ່ງໄປສະນີຂາອອກໄດ້ບັນລຸການບຸກທະລຸແບບບໍ່ເຄີຍມີມາກ່ອນ.

ທຸລະກິດໄປສະນີດ່ວນສາກົນແມ່ນຜູ້ດຳເນີນທຸລະກິດ ດ້ານໄປສະນີ ໃຫ້ຄຳສັນຍາກັບລູກຄ້າ ໃນການບໍລິການຮັບ-ສົ່ງສິນຄ້າ, ພັດສະດຸຂ້າມແດນ ໂດຍຮູບແບບການດຳເນີນການທີ່ວ່ອງໄວ. ການພັດທະນາທຸລະກິດນີ້ໄດ້ຂະຫຍາຍຊ່ອງທາງການຄ້າຢູ່ຕ່າງປະເທດ. ສູນກາງໄປສະນີດ່ວນສາກົນ ດ່ານບໍ່ຫານ ແຂວງຢຸນນານ ແມ່ນສູນກາງເຊື່ອມຕໍ່ໄປສະນີດ່ວນສາກົນ ຂ້າມຊາຍແດນດ່ານທາງບົກແຫ່ງທຳອິດໃນແຂວງຢຸນນານ. ປັດຈຸບັນ, ໄປສະນີຂາອອກ-ຂາເຂົ້າຢູ່ດ່ານບໍ່ຫານແມ່ນມີພັດສະດຸຂອງສ່ວນບຸກຄົນເປັນຕົ້ນຕໍ, ເຊິ່ງລວມເອົາເຄື່ອງຫຼາຍປະເພດເຊັ່ນ ອາຫານ, ເຄື່ອງສຳອາງ, ເຄື່ອງນຸ່ງຊົນເຜົ່າ, ຜະລິດຕະພັນນ້ຳຢາງ ແລະ ອີກຫລາຍປະເພດ.

ທຸລະກິດໄປສະນີດ່ວນສາກົນ ຢູ່ດ່ານບໍ່ຫານ ມີການພັດທະນາຢ່າງໄວວາ, ສະໜອງຄວາມສະດວກສະບາຍໃຫ້ແກ່ວິສາຫະກິດ ແລະ ສ່ວນບຸກຄົນ. ທ່ານ ຢາງຈົ້ວຈົງ ຜູ້ອຳນວຍການໃຫຍ່ຂອງບໍລິສັດ ການຄ້າຫົງຊິງດົງຫົງສິບສອງພັນນາ ຈຳກັດກ່າວວ່າ: ຜ່ານສູນໄປສະນີດ່ວນນີ້,ການຂົນສົ່ງຕູ້ຄອນເທນເນີຕູ້ໜຶ່ງຮອດ ບາງກອກ ປະເທດໄທ ມີລາຄາພຽງແຕ່ປະມານ 13,000 ຢວນເທົ່ານັ້ນ, ຕົ້ນທຶນການຈໍລະຈອນໍຫຼຸດລົງປະມານ 84% ເມື່ອປຽບທຽບກັບການຂົນສົ່ງທາງອາກາດ. "

ນັກຂ່າວ ລົ້ວຈີຢີ