ທ່ານ​ວາງ​ຢີ້ ພົບ​ປະ​ກັບ​ປະ​ທານ​ຮ່ວມ​ຂອງ​ກົນ​ໄກ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ບານ​​ເພື່ອປະ​ຕິ​ຮູບ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​.ປ.ຊ ​ຄັ້ງ​ທີ 75 ຜ່ານ​ທາງວິ​ດິ​ໂອ

2021-01-28 18:07:17 |ມາຈາກ: CRI

ວັນ​ທີ 27 ມັງ​ກອນ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້ພົບ​ປະ​ກັບ​ທ່ານນາງໂຈ​ອັນ​ນາ ວິ​ໂຣ​ນິ​ຄາ ປະ​ທານ​ຮ່ວມ​ຂອງ​ກົນ​ໄກ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ບານເພື່ອ​ປະ​ຕິ​ຮູບ​ສະ​ພາ​ຄວາມ​ໝັ້ນ​ຄົງ​​ຂອງສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 75, ທັງ​ເປັນ​ຜູ້​​ຕາງ​ໜ້າ​ໂປ​ໂລຍ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ ແລະ​ທ່ານ​ນາງອາ​ຊາ​ນີ ຜູ້​ຕາງ​ໜ້າ​ກາ​ຕາ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ ຜ່ານ​ທາງວິ​ດິ​ໂອ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ການ​ປະ​ຕິ​ຮູບ​​ສະ​ພາ​ຄວາມ​ໝັ້ນ​ຄົງ​ກ່ຽວ​ພັນ​ເຖິງ​ການ​ພັດ​ທະ​ນາອົງ​ການສະ​ຫະ​ປະ​ຊາ​ຊາດໃນ​ອະ​ນາ​ຄົດ ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ທັງ​ຫຼາຍ. ການ​ປະ​ຕິ​ຮູບ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ, ເພີ່ມ​ທະ​ວີ​ລັກ​ສະ​ນະ​ຕົວ​ແທນ​ແລະ​ສິດ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ, ເພື່ອ​ເຮັດ​ໃຫ້​ປະ​ເທດຂະ​ໜາດ​ກາງ​ແລະ​ນ້ອຍ​ ມີ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ວາງ​ແຜນ​ແລະ​​ກຳ​ນົດນະ​ໂຍ​ບາຍ​ຂອ​ງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃຫ້​ຫຼາຍກວ່າ​ເກົ່າ.

ທ່ານນາງ ວິ​ໂຣ​ນິ​ຄາ ແລະ​ທ່ານ​ນາງອາ​ຊາ​ນີ ໄດ້​ສະ​ແດງ​ຄວາມຍ້ອງ​ຍໍ​ຈີນ​ທີ່​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​​ປ້ອງລັດ​ທິ​ຫຼາຍ​ຝ່າຍ ແລະ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ໂດຍ​ກ່າວ​ວ່າ, ຈະ​ສືບ​ຕໍ່ຮັບ​ຟັງ​ຄວາມ​ເຫັນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ຢ່າງກວ້າງ​ຂວາງ, ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງໃກ້​ຊິດ​ກັບ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ທີ່​ລວມ​ທັງ​ຈີນ, ພະ​ຍາ​ຍາມເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ເພື່ອ​​ຊຸກ​ຍູ້​ວາ​ລະ​ການ​ປະ​ຕິ​ຮູບ​​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ດ້ວຍ​ຮູບ​ແບບ​ທີ່ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອັນ​ໄພ​ສານ.