ປະເທດລາວເປັນພຽງປະເທດ ດຽວໃນອາຊີອາຄະເນທີ່ບໍ່ມີຊາຍແດນຕິດກັບທະເລ, ມີອັດຕາປົກຫຸ້ມຂອງປ່າໄມ້ເຖິງ 82,1%. ຂ້ອຍໄດ້ຄົ້ນພົບວ່າ, ປະຊາຊົນລາວທີ່ດຳລົງຊີວິດພາຍໃນສິ່ງແວດລ້ອມທຳມະຊາດອັນດີເລີດນັ້ນ, ມີນິດໄສທີ່ສາມາດປັບໂຕໄປຄຽງຄູ່ນຳກະແສສະພາບແວດລ້ອມ ແລະ ມີຄວາມພໍໃຈຕໍ່ຊີວິດຂອງຕົນ, ໄດ້ດຳລົງຊີວິດດ້ວຍຄວາມລຽບງ່າຍ.
ຢູ່ປະເທດລາວ, ຄອບຄົວທີ່ສາມາດຊື້ ລົດໃຫຍ່ໄດ້ແມ່ນມີບໍ່ຫຼາຍເຊິ່ງລົດຖີບກັບລົດຈັກໄດ້ກາຍເປັນຍານພາຫະນະຕົ້ນຕໍຂອງຜູ້ເຂົ້າການ ສ່ວນໃຫຍ່. ການຕິດປ້າຍລົດຈັກ ເສັງໃບຂັບຂີ່ລົດຈັກ ແລະ ການຈອດລົດຈັກແມ່ນລ້ວນແຕ່ສະດວກສະບາຍອີ່ຫຼີ. ພຽງແຕ່ ຈອດລົດຈັກຢູ່ແຄມທາງ ແລະ ຖືເອົາເຄື່ອງ ກໍສາມາດໄປໄດ້ເລີຍ, ບໍ່ລັອກກໍບໍ່ຕ້ອງກັງວົນນຳເລື່ອງການລັກ. ຢູ່ລາວ, ຂ້ອຍບໍ່ເຄີຍເຫັນມີກະແຈລັອກລົດຈັກ ແລະ ລັອກລົດຖີບຂາຍຢູ່ໃສ.ບໍ່ພຽງແຕ່ລັອກລົດເທົ່ານັ້ນ, ການລັອກປະຕູກໍບໍ່ຄ່ອຍເຫັນ. ຢູ່ລາວ, ບໍ່ວ່າຈະແມ່ນບ້ານພັກ ໂຮງແຮມ ຫຼືໂຮງຮຽນ, ລ້ວນແຕ່ແມ່ນເປີດປະຕູຢ່າງກວ້າງຂວາງ, ຍ່າງເຂົ້າຍ່າງອອກຕາມສະບາຍ, ບາງອົງການລັດຖະບານ ຕະຫຼອດຮອດກອງທັບກໍເຊັ່ນດຽວກັນ. ປະເທດລາວເປັນປະເທດກະສິກຳ, ຜັກ ໝາກໄມ້ ຊີ້ນປະເພດຕ່າງໆ ແລະ ເຂົ້າສານທີ່ມີຫຼາຍສີສັນແມ່ນຫຼາກຫຼາຍອີ່ຫຼີ. ຜະລິດຕະພັນກະສິກຳປະເພດດຽວກັນທີ່ຈຳໜ່າຍໃນຕະຫຼາດທີ່ແຕກຕ່າງກັນ ໂດຍທົ່ວໄປແລ້ວ ລາຄາແມ່ນຄືກັນ, ເຊິ່ງບໍ່ຈຳເປັນຕ້ອງໄປປຽບທຽບລາຄາຫຼາຍຄັ້ງ.
ຢູ່ລາວ, ຄົນສ່ວນຫຼາຍຖືເຂົ້າໜຽວເປັນອາຫານຫຼັກ. ໜຶ້ງເຂົ້າໜຽວໝໍ້ໜຶ່ງແຕ່ຕອນເຊົ້າ, ກໍສາມາດຕອບສະໜອງຢ່າງພຽງພໍໃຫ້ແກ່ຄອບຄົວໃນໝົດມື້ແລ້ວ. ວິທີການໜຶ້ງເຂົ້າໜຽວແມ່ນງ່າຍດາຍ: ແຊ່ເຂົ້າໜຽວໃນນໍ້າ ໜຶ່ງຄືນກ່ອນ, ໃນມື້ທີສອງຫຼັງຈາກເຂົ້າສານໄດ້ອ່ອນນຸ້ມພໍສົມຄວນແລ້ວ ກໍເອົາລົງຫວດໝໍ້ໜຶ້ງ ໜຶ້ງຈົນສຸກ,ເມື່ອມັນຍັງຮ້ອນ ປັ້ນເຂົ້າໜຽວເປັນກ້ອນໆ ແລະ ໃສ່ເຂົ້າໃນກະຕິບໄມ້ໄຜ່, ຍາມກິນກໍໃຊ້ມືຈົກອອກມາກິນ ໂດຍກົງ.
ທ້າວ ຄຸນ ແມ່ນໝູ່ເພື່ອນຄົນລາວທີ່ຂ້ອຍຮູ້ຈັກທີ່ນະຄອນກວາງໂຈ່ວປະເທດຈີນ, ລາວ ມີທີມລົດໂດຍສານທີມໜຶ່ງຢູ່ທີ່ຫຼວງພະບາງ, ຮັບຜິດຊອບວຽກງານການຂົນສົ່ງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດສະເພາະ, ເຊິ່ງລາວສາມາດເວົ້າໄດ້ວ່າມີ ຖານະປານກາງຢູ່ໃນທ້ອງຖິ່ນ. ເພື່ອຕ້ອນຮັບ ຂ້ອຍ, ລາວໄດ້ກະກຽມອາຫານທ່ຽງຄາບໜຶ່ງທີ່ທັງງ່າຍດາຍທັງສົມບູນຫຼາກຫຼາຍໃຫ້ແກ່ຂ້ອຍຢູ່ບ້ານຂອງລາວ: ມີໄກ່ປິ້ງ ລາບ ເຂົ້າໜຽວ ແລະ ຜັກ ໝາກໄມ້ປະເພດຕ່າງໆ. ລາບ ເປັນອາຫານເຍື່ອງໜຶ່ງທີ່ມີຊື່ສຽງໃນປະເທດລາວ, ວິທີການປຸງມັນກໍງ່າຍໆຄື: ຟັກຊີ້ນທຸກຊະນິດໃຫ້ມຸ່ນໆ, ປະສົມກັບໝາກເຜັດ ຜັກຫອມ ໝາກນາວ ແລະ ເຄື່ອງປຸງ ຕ່າງໆ, ເມື່ອປຸງແຕ່ງກໍສາມາດປະສົມວັດຖຸດິບທີ່ມີຕາມຄວາມມັກຂອງທ່ານຢ່າງສະບາຍ, ພ້ອມທັງຄວບຄຸມແຮງໄຟໃຫ້ດີ ແລະ ສາມາດແຕ່ງເປັນແບບສຸກພໍສົມຄວນ ຫຼື ແບບເຄິ່ງສຸກເຄິ່ງດິບກໍໄດ້.
ໃນງານລ້ຽງຂອງປະເທດລາວ, ທ່ານອາດຈະບໍ່ຄ່ອຍມັກເຫັນອາຫານເຍື່ອງໃຫຍ່ຫຼາຍ, ສ່ວນງານແຕ່ງດອງກໍຄືກັນ. ນາງສິນ ເພື່ອນຄົນລາວຂອງຂ້ອຍໄດ້ຈັດງານດອງຂອງລາວຢູ່ໃນໂຮງແຮມແຫ່ງໜຶ່ງຢູ່ຫຼວງພະບາງ. ໃນຕອນແລງຂອງມື້ນັ້ນ, ລາວໄດ້ນຸ່ງສິ້ນ ແລະ ເກີບຊຸດໜຶ່ງທີ່ເປັນສີເຫຼືອງຄຳ, ໃສ່ຜ້າສີແດງມ້ວງ, ໃສ່ຄຳເກົ້າຢູ່ເທິງຫົວ ແລະ ຢືນຢູ່ຕໍ່ໜ້າ ແຜ່ນໂປສເຕີຂະໜາດໃຫຍ່ທີ່ເຮັດດ້ວຍຮູບຂອງລາວ. ອາຫານໃນງານລ້ຽງມີລາບ ໝາກເລັ່ນຂົວຊີ້ນ ແກງຕຸ໋ນ ເຂົ້າໜົມ ແລະ ໝາກໄມ້, ບວກກັບເບຍລາວ. ໃນຊ່ວງໄລຍະງານລ້ຽງ, ເຈົ້າພາບ ແລະ ແຂກໄດ້ຢື້ຢາມຖາມຂ່າວເຊິ່ງກັນ ແລະ ກັນ, ຍົກຈອກເຫຼົ້າສະເຫຼີມສະຫຼອງສະແດງຄວາມຍິນດີກັນ, ສ່ວນໂປເຈັກເຕີໄດ້ສືບຕໍ່ສາຍວິດີໂອຮູບພາບຂອງເຈົ້າບ່າວ ແລະ ເຈົ້າສາວຢ່າງຕໍ່ເນື່ອງ, ບັນຍາກາດແມ່ນທັງງ່າຍດາຍທັງຟົດຟື້ນ.
ສີສັນເສື້ອຜ້າຂອງຄົນລາວແມ່ນມີຄວາມສົດໃສຫຼາຍ, ວັດຖຸຍ້ອມສີແມ່ນເລືອກເຟັ້ນເອົາມາຈາກຜົນຜະລິດກະສິກຳຕ່າງໆດ້ວຍວິທີດັ້ງເດີມ. ຕົວຢ່າງວ່າ, ສີຂອງຂີງແກ່ອ່າວເຂັ້ມກວ່າ ຈຶ່ງຖືກຜະລິດເປັນສີເຫຼືອງແກ່; ສ່ວນຂີງອ່ອນສີອ່າວອ່ອນກວ່າ ກໍຖືກຜະລິດເປັນສີເຫຼືອງອ່ອນ; ສີສັນຂອງໝາກມັງຄຸດແມ່ນສົດໃສເຫຼື້ອມຕາ ກໍຖືກຜະລິດເປັນສີແດງແກ່ ເປັນຕົ້ນ. “ນົກກິນແມງ ແມງກິນໝາກ, ຫຼັງຈາກໝາກໄມ້ສຸກແລ້ວຍັງສາມາດເອົາມາຍ້ອມເຄື່ອງນຸ່ງ, ຕ່ອງໂສ້ນິເວດທຳມະຊາດຂອງປະເທດລາວບໍ່ເຄີຍຂາດຈັກເທື່ອ.” ທ້າວ ຄຸນ ໄດ້ກ່າວພ້ອມຮອຍຍິ້ມຄືດັ່ງນີ້.
ສ່ວນການດຳລົງຊີວິດຢູ່ປະເທດລາວ, ບາງເທື່ອກໍຮູ້ສຶກວ່າສັບສົນຄືກັນ. ຢູ່ທາງໜ້າຂອງ ຫ້ອງນໍ້າບາງແຫ່ງທີ່ເກັບຄ່າໃຊ້ບໍລິການ, ໄດ້ ມີເກີບແຕະວາງໄວ້ເປັນແຖວຢ່າງຮຽບຮ້ອຍ, ເມື່ອ ແຂກໄປເຂົ້າຫ້ອງນໍ້າ ຕ້ອງຖອດເກີບຂອງຕົນອອກ ແລ້ວປ່ຽນເປັນເກີບແຕະທີ່ໃຊ້ໃນຫ້ອງນໍ້າສະເພາະຈຶ່ງສາມາດເຂົ້າໄປໄດ້, ເມື່ອອອກຫ້ອງນໍ້າກໍປ່ຽນເປັນເກີບຂອງຕົນຄືນ, ແລະ ວາງເກີບທີ່ໃຊ້ໃນຫ້ອງນໍ້າສະເພາະໃຫ້ເປັນລະບຽບ. ການໄປຫ້ອງນໍ້າເທື່ອໜຶ່ງຈັ່ງແມ່ນສັບສົບອີ່ຫຼີແທ້.
ມີຄັ້ງໜຶ່ງ, ເມື່ອກວດເບິ່ງ ຫີບທີ່ຖືກຂົນສົ່ງທີ່ສະໜາມບິນຫລວງພະບາງນັ້ນ, ຜູ້ກວດກາໄດ້ສັງເກດເຫັນຫີບຂອງຂ້ອຍມີຮອຍພຽງເລັກນ້ອຍ, ກໍໄດ້ເຕືອນຂ້ອຍຢ່າງບໍ່ຮູ້ອິດເມື່ອຍ. ລາວຍັງເອົາປຶ້ມບັນທຶກອັນໜຶ່ງອອກມາ ແລະ ບັນທຶກຂໍ້ມູນໜັງສືເດີນທາງ ແລະ ສາຍການບິນຂອງຂ້ອຍ ພ້ອມທັງສີ ຂະໜາດ ຄວາມຍາວ ແລະ ຂໍ້ມູນອື່ນໆຂອງບ່ອນທີ່ຫີບຂອງຂ້ອຍເປັນຮອຍຢ່າງ ລະອຽດ, ແລະ ໃຫ້ຂ້ອຍກັບຫົວໜ້າທີມເຊັນຊື່ຢັ້ງຢືນ ຂັ້ນຕອນແມ່ນສັບສົນຫຼາຍໆ. ຂ້ອຍໄດ້ແນມເບິ່ງປຶ້ມບັນທຶກຂອງລາວ ສັງເກດເຫັນວ່າໃນປຶ້ມຫົວໜາໆນັ້ນ ໄດ້ມີການບັນທຶກທີ່ຄ້າຍຄືກັນ ເຕັມໄປ ໝົດ.
ປະຊາຊົນລາວດຳລົງຊີວິດຢູ່ເທິງຈຸດຄວາມດຸ່ນດ່ຽງທີ່ທັງງ່າຍດາຍທັງສັບສົນ, ນີ້ອາດຈະແມ່ນໜຶ່ງໃນສາເຫດທີ່ປະເທດລາວມີດັດຊະນີ ຄວາມຜາສຸກທີ່ສູງໃນໂລກ.
ມາຈາກ:ລ້ານເມີຍພາ(澜湄趴)