ສະຖານກົງສຸນໃຫຍ່ ສປ ຈີນ ທີ່ຫຼວງພະບາງ ສົ່ງ "ຂອງຂວັນບຸນປີໃໝ່ກຸດຈີນ"

2021-02-04 17:35:33 |ມາຈາກ:

ເມື່ອບໍ່ດົນມານີ້, ເນື່ອງໃນໂອກາດ ບຸນປີໃໝ່ກຸດຈີນປີ 2021 ທີ່ໃກ້ຈະມາເຖິງ,ທ່ານກົງສຸນໃຫຍ່ ຫຼີຈີກົງ ຕາງໜ້າໃຫ້ ສະຖານກົງສຸນໃຫຍ່ ສປ ຈີນ ທີ່ ຫຼວງພະບາງໄດ້ແຈກຢາຍ "ຂອງຂວັນບຸນປີໃໝ່ກຸດຈີນ" ໃຫ້ ຄູອາຈານທີ່ທາງການສົ່ງມາ ແລະ ຄູອາສາສະໝັກຈຳນວນໜຶ່ງ, ພ້ອມດ້ວຍອາສາສະໝັກ ແລະ ຜູ້ແທນຄະນະຄົນຈີນຢູ່ຕ່າງປະເທດ, ເພື່ອສົ່ງຕໍ່ ຄວາມຫ່ວງໃຍ ແລະ ຄວາມຮັກຈາກມາຕຸພູມ ແລະ ອວຍພອນເນື່ອງໃນໂອກາດປີໃໝ່. "ຂອງຂວັນບຸນປີໃໝ່ກຸດຈີນ" ທີ່ມອບໃຫ້ໃນຄັ້ງນີ້ປະກອບມີ ຜ້າອັດປາກ, ເຄື່ອງໃຊ້ຂ້າເຊື້ອ, ຢາຕ້ານພະຍາດ, ໂຕໜັງສືຈີນທີ່ຂຽນວ່າ“ຄວາມ ສຸກ” ແລະ ອື່ນໆ.

ມາຈາກ: ສະຖານກົງສຸນໃຫຍ່ ສປຈີນ ທີ່ ແຂວງຫລວງພະບາງ