ຈີນຈັດກອງ​ປະ​ຊຸມ​ເພື່ອຊຸກ​ຍູ້​ວຽກ​ງານ​ຫ້າງ​ຫາ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ ໜາວ​ປັກ​ກິ່ງ​ໃຫ້ດຳ​ເນີນ​ໄປ​ຕາມ​ແຜນ

2021-02-04 17:41:05 |ມາຈາກ:

ວັນ​ທີ1 ແລະ​ວັນ​ທີ 2 ກຸມ​ພານີ້, ກອງ​ປະ​ຊຸມ​ຫົວ​ໜ້າ​ຄະ​ນະ​ນັກກິລາຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ 2022 ແລະ​ກອງ​ປະ​ຊຸມ​ຜູ້ຖ່າຍ​ທອດສົດ​ໂລກ​ໄດ້​ຈັດ​ຂຶ້ນ​ຕາມ​ລຳ​ດັບ, ເພື່ອ​ຊຸກ​ຍູ້​ວຽກ​ງານ​ຫ້າງ​ຫາ​ກະ​ກຽມ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໃຫ້​ດຳ​ເນີນ​ໄປ​ຕາມ​ແຜນການ.

ວັນ​ທີ 1 ກຸມ​ພາ, ກອງ​ປະ​ຊຸມ​ຫົວ​ໜ້າ​ຄະ​ນະ​ນັກກິລາຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະດູໜາວປັກ​ກິ່ງ 2022ໄດ້​ໄຂ​ຂຶ້ນ​ໂດຍ​ຜ່ານ​ທາງວິ​ດີ​ໂອ. ໃນ​ພິ​ທີ​, ທ່ານ​ໂທ​ມັ​ສ ບັ​ສ ປະ​ທານຄະ​ນະ​ກຳ​ມະ​ການ​​ກິ​ລາໂອ​ລິມ​ປິກ​ສາ​ກົນໄດ້​ກ່າວ​ຄຳ​ປາ​ໄສໂດຍ​ກ່າວ​ວ່າ: ຈີນ​ໄດ້ປະສົບຜົນສຳເລັດອັນພົ້ນເດັ່ນ​ໃນ​ດ້ານການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄະ​ນະ​ກຳ​ມະ​ການ​ກິ​ລ​າ​ໂອ​ລິມ​ປິກ​ສາ​ກົນ​ມີ​ຄວາມ​ໝັ້ນ​ໃຈຢ່າງ​ເຕັມ​ປ່ຽມວ່າຈີນຈະສາມາດ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ຢ່າງ​ສຳ​ເລັດ​ຜົນແນ່ນອນ. ປັດ​ຈຸ​ບັນຍັງມີເວລາເຫລືອອີກ​ໜຶ່ງປີໃນການຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​, ຫວັງ​ວ່າຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ຄະ​ນະ​ກຳ​ມະ​ການ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ​ແລະ​ສະ​ຫະ​ພັນ​ກິ​ລາ​ສາກົນປະເພດ​ດ່ຽວ​, ເພື່ອ​ຮັບ​ປະ​ກັນ​ໃຫ້ງານ​ກິ​ລາ​ສາ​ມາດ​ຈັດ​ຂຶ້ນ​ໄດ້ຢ່າງ​ປອດ​ໄພ​ແລະ​ສະ​ດວກ.

ກອງ​ປະ​ຊຸມ​ ຫົວໜ້າຄະນະນັກກິລາແມ່ນກອງ​ປະ​ຊຸມ​ທາງ​ການ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກລະດູໜາວປັກກິ່ງ​ກັບ​ຄະ​ນະ​ກຳ​ມະ​ການ​ກິ​ລາ​ໂອ​ລິມ​ປິກ​ຂອງ​ປະ​ເທດຫຼື​ເຂດ​ແຄວ້ນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ​ເພື່ອກວດ​ສອບມາດຕະຖານຮອບ​ດ້ານ​ອີກຄັ້ງ​ໜຶ່ງ​ວ່າວຽກ​ງານ​ຫ້າງ​ຫາ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ມີຄວາມ​ພ້ອມຊ່ຳໃດ. ກອງ​ປະ​ຊຸມ​ທີ່​ໄດ້​ດຳ​ເນີນໄປ​ເປັນ​ເວ​ລາ 2 ວັນນັ້ນ, ຄະ​ນະ​ກຳ​ມະ​ການ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ແນະ​ນຳກ່ຽວກັບ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ເຊັ່ນ:ການ​ບໍ​ລິ​ການ​ສຳລັບຄະ​ນະ​ນັກກິລາຂອງງານກິລາ​ໂອ​ລິມ​ປິກ​ປະ​ເທດຫຼື​ເຂດ​ແຄວ້ນ, ການ​ສະ​ໝັກ​ເຂົ້າ​ຮ່ວມ​ລາຍ​ການ​ແຂ່ງ​ຂັນ, ການ​ລົງ​ທະ​ບຽນ ແລະ ​ການ​ກະ​ກຽມ​ດ້ານ​ສື່ມວນ​ຊົນ​ເປັນ​ຕົ້ນ.

ກອງ​ປະ​ຊຸມ​ຜູ້​ຖ່າຍ​ທອດສົດ​​ໂລກ​ແມ່ນ​ເວ​ທີ​ສຳ​ຄັນ​ຂອງ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມປິກລະດູໜາວ​ປັກ​ກິ່ງ​ກັບ​ຜູ້​ຖ່າຍ​ທອດສົດ​. ວັນ​ທີ 2 ກຸມ​ພານີ້, ກອງ​ປະ​ຊຸມ​ຜູ້​ຖ່າຍ​ທອດສົດ​ໂລກ​ປີ 2021 ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ໄຂ​ຂຶ້ນ. ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະດູໜາວປັກ​ກິ່ງ ແລະ​ ຜູ້​ຮັບ​ຜິດ​ຊອບ​ທີ່ກ່ຽວ​ຂ້ອງ​ຂອງ​ບໍ​ລິ​ສັດຜູ້​​ຖ່າຍ​ທອດ​​ສົດກິ​ລາໂອ​ລິມ​ປິກໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ກະກຽມ​ດ້ານ​ສື່ມວນ​ຊົນ ແລະ ​ການບໍ​ລິ​ການ​ການ​ຖ່າຍ​ທອດ​ເປັນ​ຕົ້ນ.

ທ່ານ​ອາ​ນິ​ສເອກ​ຊັກ​ສ ປະທານຄະນະກຳມະການບໍລິຫານບໍ​ລິ​ສັດ​ບໍ​ລິ​ການ​ຖ່າຍ​ທອດສົດ​ກິ​ລາ​ໂອ​ລິມ​ປິກ​ກ່າວ​ວ່າ: ວຽກ​ງານກໍ່​ສ້າງ​ເດີ່ນກິ​ລາ​ຕ່າງໆ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ດຳ​ເນີນ​ໄປຢ່າງ​ສະ​ດວກແລະ​ມີ​ຈຸດພົ້ນ​ເດັ່ນຫຼາຍ, ວຽກ​ງານ​ຕ່າງໆ​ໄດ້​ດຳ​ເນີນໄປ​ຢ່າງ​ສະ​ດວກ, ເຊື່ອ​ວ່າປັກ​ກິ່ງ​ຈະ​ສາ​ມາດ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກກິ່ງປີ 2022 ໄດ້ຢ່າງ​ສຳ​ເລັດຜົນ​.