ຈີນ​ຈະ​ສະ​ໜອງວັກ​ຊິນ 10 ລ້ານ​ຫຼອດໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ກາ​ນ​ດ່ວນ

2021-02-04 17:42:02 |ມາຈາກ:

ວັນ​ທີ 3 ກຸມ​ພາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້ແຈ້ງ​ໃຫ້​ຮູ້​ວ່າ, ໂດຍ​ຕອບ​ສະ​ໜອງ​​ຕາມຄວາມ​ຮຽກ​ຮ້ອງ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO, ຈີນ​ຕົກ​ລົງ​ສະ​ໜອງວັກ​ຊິນ 10 ລ້ານ​ຫຼອດ​​ໃນ​ຂອບ “ແຜນ​ດຳ​ເນີນ​ງານ​ວັກ​ຊິນ​ພະ​ຍາດ​ໂຄວິດ-19” ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ຕົ້ນ​ຕໍ​ແມ່ນ​ສະ​ໜອງ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາເພື່ອ​ຕອບ​ຄວາມ​ຕ້ອງ​ກາ​ນ​ດ່ວນ.

ໃນ​ກອງ​ປະ​ຊຸມ​ຂ່າວ, ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: “ນີ້​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ອີກຢ່າງ​ໜຶ່ງ​ທີ່​ຈີນ​ຊຸກ​ຍູ້​​ການ​ແບ່ງ​ປັນ​ວັກ​ຊິນ​ຢ່າງ​ທ່ຽງ​ທຳ ຊຸກ​ຍູ້ການ​ຮ່ວ​ມ​ມື​​ກັບ​ສາ​ກົນ​ເພື່ອຕ້ານ​ພະ​ຍາດ ພ້ອມ​ທັງ​ປະ​ຕິ​ບັດ​ຕາມ​ແນວ​ຄິດປະ​ຊາ​ຄົມ​ຮ່ວມ​​ສາ​ທາ​ລະ​ນະ​ຂອງມວນ​ມະ​ນຸດ.”

ທ່ານ​ວ່າງ​ເວີນ​ປິ່ນ​ຍັງ​​ແຈ້ງໃຫ້​ຮູ້​ອີກວ່າ, ຈີນ​ໄດ້​ເຂົ້າ​ຮ່ວມ​ “ແຜນ​ດຳ​ເນີນ​ງານ​ວັກ​ຊິນ​ພະ​ຍາດ​ໂຄວິດ-19” ຢ່າງ​ເປັນ​ທາງ​ການ​ ແລະ ຈະ​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ​ກັບ​ອົງ​ການ WHO ເຊິ່ງ​ເປັນ​ຜູ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ແຜນ​ການ​ນີ້, ​​ທັງ​ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ວັກ​ຊິນ​ເປັນ​ຜະ​ລິ​ດ​ຕະ​ພັນ​ສາ​ທາ​ລະ​ນະ​ທົ່ວ​ໂລກ ໂດຍ​ປະ​ເທດ​ພ​ວມ​ພັດ​ທະ​ນາ​ສາ​ມາດ​ເຂົ້າ​ເຖິງ ແລະ ຊື້​ໄດ້.