ເຈົ້າເຄີຍເບິ່ງຮູບເງົາລາວບໍ່? ມາຮູ້ຈັກກັບ “ສະບາຍດີ ຊຳເໜືອ” ນຳກັນ

2021-02-05 11:37:33 |ມາຈາກ:

ເມື່ອເວົ້າເຖິງຮູບເງົາລາວ, ໃນສະໝອງຂອງທ່ານຄືຈະປະກົດມີສາມເລື່ອງນີ້ “ສະບາຍດີ ປາກເຊ” “ສະບາຍດີ ຫຼວງພະບາງ” “ສະບາຍດີ ວັນວິວາ”ອອກມາແມ່ນບໍ? ນັບແຕ່ໃດມາ, ຂະແໜງການຮູບເງົາລາວມີການພັດທະນາທີ່ຂ້ອນຂ້າງຊ້າ, ຈຳນວນຜົນງານທີ່ອອກມາມີບໍ່ຫຼາຍ. ທັງສາມເລື່ອງທີ່ກ່າວມາຂ້າງເທິງ, ກໍແມ່ນກຳກັບໂດຍຜູ້ກຳກັບຄົນໄທ.

ແຕ່ວ່າ, ຂ່າວດີຂອງກຸ່ມຄົນທີ່ມັກເບິ່ງຮູບເງົາພາສາລາວກໍມາຮອດແລ້ວ. ຮູບເງົາເລື່ອງໜຶ່ງທີ່ມີຊື່ວ່າ “ສະບາຍດີ ຊຳເໜືອ” ກຳກັບການສະແດງ ແລະ ຂຽນບົດໂດຍ ຜູ້ກຳກັບ ຊາວໜຸ່ມລາວ ອານຸລັກ ລໍມະນີຈັນ ກຳລັງຈະອອກມາພົບກັບຜູ້ຊົມໃນໄວໆນີ້.

“ສະບາຍດີ ຊຳເໜືອ”ເປັນຮູບເງົາ ໂຣແມນຕິກ-ຄອມເມດີ້ (Rom-com), ເຊິ່ງເວົ້າເຖິງເລື່ອງການພົບກັນ ແລະ ຄວາມຮັກຂອງພະເອກຜູ້ມີຄວາມສາມາດຫຼາກຫຼາຍກັບສາວຄົນທຳມະດາ. ຮູບເງົາມີຄວາມຍາວ 90 ນາທີ, ພະເອກ ຮັບບົດໂດຍ ນັກຮ້ອງຈາກນະຄອນຫຼວງວຽງຈັນ ເທເລີ້ ສີສົມບັດ, ນາງເອກ ຮັບບົດໂດຍນ້ອງໃໝ່ຈາກຊຳເໜືອ ມິນຕາ ພຸດສະຫວັນ.

ນອກຈາກບົດຂອງຮູບເງົາແລ້ວ, ຮູບເງົາຍັງສະແດງໃຫ້ເຫັນເຖິງວິຖີການດຳລົງຊີວິດຂອງຄົນນະຄອນຫຼວງວຽງຈັນ ແລະ ຄົນຫົວພັນຂອງປະເທດລາວ. ຮູບເງົາໄດ້ໃຊ້ສາກຈາກສອງສະຖານທີ່ຄື ເມືອງຊຳເໜືອ ແຂວງຫົວພັນ ແລະ ນະຄອນຫຼວງວຽງຈັນ, ສະຖານທີ່ທ່ອງທ່ຽວທ້ອງຖິ່ນທີ່ມີຊື່ສຽງກໍໄດ້ປະກົດອອກມາໃນຮູບເງົາ, ສຳນຽງແຂວງຫົວພັນຂອງຕົວລະຄອນໃນຮູບເງົາຍັງກໍ່ໃຫ້ເກີດເລື່ອງທີ່ໜ້າສົນໃຈອີກບໍ່ໜ້ອຍ.

ຜູ້ກຳກັບ ອານຸລັກ ລໍມະນີຈັນ ປີນີ້ມີອາຍຸ 24 ປີ, ກ່ອນການຖ່າຍຮູບເງົາ “ສະບາຍດີ ຊຳເໜືອ”, ໂຊຊຽວມີເດຍຂອງລາວ ໃນຊື່ Taiban Production ໄດ້ໂພສຜົນງານວິດີໂອສັ້ນ 300 ກວ່າອັນ, ໄດ້ຮັບການຕ້ອນຮັບ ແລະ ຕິດຕາມຈາກຊາວເນັດລາວເປັນຢ່າງດີ, ແຟນເພຈມີເກືອບ 900.000 ກວ່າຄົນ, ບໍ່ເປັນສອງຮອງໃຜໃນສື່ຂອງປະເທດລາວ.

ອານຸລັກ ບອກກັບນັກຂ່າວວ່າ, ເຫດຜົນທີ່ຢາກຖ່າຍຮູບເງົາແບບນີ້, ກໍຍ້ອນວ່າເປັນຄົນຊຳເໜືອ. “ແຕ່ກີ້ທີ່ຖ່າຍທຳລ້ວນແຕ່ແມ່ນວິດີໂອສັ້ນ, ມີພຽງແຕ່ 4-5 ນາທີ. ພາຍຫຼັງທີ່ເກັບກ່ຽວປະສົບການ, ກໍຢາກລອງຖ່າຍຮູບເງົາທີ່ສົມບູນເລື່ອງໜຶ່ງ, ພ້ອມດຽວກັນ ກໍເປັນການປະຊາສຳພັນໃຫ້ແກ່ຊຳເໜືອບ້ານເກີດຂອງຂ້ອຍ. ເຖິງແມ່ນວ່າທຶນຮອນໃນການຖ່າຍຮູບເງົາຂອງຂ້ອຍບໍ່ໄດ້ມີຫຼວງຫຼາຍ, ໃນຂັ້ນຕອນການຖ່າຍຮູບເງົາຍັງເຈິະກັບອາກາດທີ່ໜາວເຢັນ, ແຕ່ວ່າພວກເຮົາກໍເຮັດສຳເລັດ. ຫວັງວ່າ ຮູບເງົາ ຈະເຮັດໃຫ້ອີກຫຼາຍຄົນຮູ້ຈັກວ່າ ປະເທດລາວຍັງມີ ຊຳເໜືອ ສະຖານທີ່ ທີ່ມີທິວທັດອັນງົດງາມນີ້, ຮູ້ເຖິງຄວາມຊື່ສັດນ້ຳໃສໃຈຈິງຂອງຄົນຫົວພັນ ”ອານຸລັກ ໄດ້ບອກກັບນັກຂ່າວ.

“ສະບາຍດີ ຊຳເໜືອ”ຈະສາຍເປັນຄັ້ງທຳອິດ ຢູ່ສູນວັດທະນະທຳແຂວງຫົວພັນ ໃນວັນທີ 5-7 ມີນາ 2021, ແລະ ຈະສາຍຢູ່ໂຮງຮູບເງົານະຄອນຫຼວງວຽງຈັນ ໃນເດືອນເມສາ, ປະມານຫຼັງຈາກເດືອນ ພຶດສະພາ ຈະສາມາດຮັບຊົມໄດ້ທາງອອນລາຍ. ອານຸລັກກ່າວວ່າ:“ໄດ້ຍິນມາວ່າໝູ່ເພື່ອນຈີນທີ່ຮຽນພາສາລາວຫວັງຢາກເບິ່ງຮູບເງົາລາວຫຼາຍ, ຫວັງວ່າ ສະບາຍດີຊຳເໜືອ ຈະໄດ້ຮັບຄວາມນິຍົມຊົມຊອບຈາກທຸກຄົນ.”