ກະຊວງການຕ່າງປະເທດຈີນ: ອິດທິກຳລັງປໍລະປັກຈີນຂອງປະເທດຕາເວັນຕົກປັ້ນແຕ່ງແລະເປີດປ່າວຂ່າວປອມຈຳນວນຫຼາຍກ່ຽວກັບເຂດຊິ່ນຈ່ຽງ

2021-02-07 17:48:28 |ມາຈາກ: CRI

ວັນ​ທີ 5 ກຸມ​ພາ​ນີ້, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ​ບາງອິດ​ທິ​ກຳ​ລັງ​ປໍ​ລະ​ປັກ​ຈີນ​ຂອງ​​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ: ​ອາ​ເມ​ຣິ​ກາເປັນ​ຕົ້ນ​ໄດ້​ປັ້ນ​ແຕ່ງ​ແລະ​ເປີດ​ປ່າວ​ຂ່າວ​ປອມ​ຈຳ​ນວນ​ຫຼາຍ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ, ແຕ່​ຄວາມ​ຂີ້​ຕົວະ​ເຖິງ​ຈະ​ເວົ້າພັນ​ເທື່ອ​ກໍ່​ບໍ່​ສາ​ມາດ​ປ່ຽນ​ເປັນ​ຄວາມ​ຈິງ​ໄດ້.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ, ​ເຂດຊິ່ນ​ຈ່ຽງ​ຈີນ​ໄດ້​ຕັ້ງ​ໜ້າ​ຕອບ​ສະ​ໜອງ​ກັບ​ເອ​ກະ​ສານ​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນ​ລະ​ບົບ​ຄື “ຍຸດ​ທະ​ສາດ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ທົ່ວ​ໂລກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ”ເປັນ​ຕົ້ນ, ໄດ້​ໂຈມ​ຕີ​ຢ່າງ​ເຂັ້ມ​ງວດ​ຕໍ່​ການ​ເຄື່ອນ​ໄຫວ​ການ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ພົນ​ລະ​ເມືອງ, ທຳ​ລາຍ​ຄວາມ​ໝັ້ນ​ຄົງສາ​ທາ​ລະ​ນະ, ທຳ​ລາຍ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ຊົນ​ເຜົ່າ, ​ແລະແບ່ງ​ແຍກ​ປະ​ເທດ​ຊ​າດ. ການ​ຊຶມ​ເຂົ້າ​ຂອງ​ລັດ​ທິ​ຫົວ​ຮຸນ​ແຮງ​ໄດ້​​ຖືກ​ສະ​ກັດ​ກັ້ນ​ຢູ່​ເຂດ​ຊິ່ນ​ຈ່ຽງ​ຢ່າງ​ບັງ​ເກີດ​ຜົນ, ຊິ່ນ​ຈ່ຽງ​ໄດ້​​ປົກ​ປ້ອງ​ສິດ​ຊີ​ວິດ, ສິດ​ສຸ​ຂະ​ພາບ, ສິດ​ພັດ​ທະ​ນາ​ແລະສິດ​ທິ​ມະ​ນຸດ​ພື້​ນ​ຖານ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ລະ​ດັບ​ໃຫຍ່​ທີ່​ສຸດ, ຢູ່​ເຂດ​ຊິ່ນ​ຈ່ຽງ​ກໍ​ບໍ່​ໄດ້​ເກີດ​ຄະ​ດີ​ການ​ກໍ່​ການ​ຮ້າຍ​ດ້ວຍ​ຄວາ​ມ​ຮຸນ​ແຮງ​ອີກ​ໃນ 4 ປີ​ຕິດ​ຕໍ່​ກັນ.

​ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ວ່າງ​ເວີນ​ປິ່ນ​ຊີ້​ໃຫ້​ເຫັນວ່າ, ຝ່າຍ​ຈີນ​ຍິນ​ດີ​​ຕ້ອນ​ຮັບບຸກ​ຄົນ​ຕ່າງ​ປະ​ເທດ​ທີ່​ມີ​ຄວາມ​ສົນ​ໃຈ​​ໄປ​ຢ້ຽມ​ຢາມ​ຊິ່ນ​ຈ່ຽງຫຼາຍກວ່າ​ເກົ່າ​, ​ເພື່ອເບິ່ງ​ການ​ພັດ​ທະ​ນາ, ການ​ປ່ຽນ​ແປງຢູ່​ແຫ່ງ​ນັ້ນໂດຍ​ຕົນ​ເອງ, ​ເພື່ອ​ສຳ​ຜັດ​ກັບ​ເຂດ​ຊິ່ນ​ຈ່ຽງ​ທີ່​ແທ້​ຈິງ.