ມາ​ຮອດ​ທ້າຍ​ເດືອນ​ມັງ​ກອນ​ປີ​ນີ້, ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ບັນ​ລຸ​ເຖິງ 3.210 ຕື້​ໂດ​ລາ​ສະ​ຫະ​ລັດ

2021-02-08 17:39:47 |ມາຈາກ: CRI

ຕົວ​ເລກ​ສະ​ຖິ​ຕິ​ທີ່​ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 7 ກຸມ​ພາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ທ້າຍ​ເດືອນ​ມັງ​ກອນ​ແລ້ວ​ນີ້, ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ບັນ​ລຸ​ເຖິງ 3.210 ຕື້​ໂດ​ລາ​ສະ​ຫະ​ລັດ, ເມື່ອ​ທຽບ​ໃສ່​ທ້າຍ​ເດືອນ​ທັນ​ວາ​ປີ 2020 ຫຼຸດ​ລົງ 5,9 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ຫຼຸດ​ລົງ 0,2%.

ທ່ານ​ນາງ​ຫວາງ​ຊຸນ​ຢິ່ງ ຮອງ​ຫົວ​ໜ້າ​ທັງ​ເປັນ​ໂຄ​ສົກ​ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ໃນ​ເດືອນ​ມັງ​ກອນ​ປີ 2021, ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຢູ່​ຈີນ​ໄດ້​ເຄື່ອນ​ໄຫວ​ຢ່າງ​ໝັ້ນ​ທ່ຽງ, ການ​ຄາດ​ຄະ​ເນ​ແລະ​ການ​ຊື້​ຂາຍ​ກັນ​ໃນ​ຕະ​ຫຼາດ​ໄດ້​ຮັກ​ສາ​ຢູ່​ໃນ​ລະ​ດັບ​ທີ່​ໝັ້ນ​ທ່ຽງ.

ທ່ານ​ນາງ​ຫວາງ​ຊຸນ​ຢິ່ງ ກ່າວ​ຕື່ມ​ວ່າ: “ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໄດ້​ຖື​ເງິນ​ໂດ​ລາ​ເປັນ​ສະ​ກຸນ​ເງິນ​ປະ​ເມີນ​ມູນ​ຄ່າ, ສ່ວນ​ສະ​ກຸນ​ເງິນ​ອື່ນໆ​ເມື່ອ​ຄິດ​ເປັນ​ເງິນ​ໂດ​ລາ​ແລ້ວ​ມີ​ມູນ​ຄ່າ​ຫຼຸດ​ລົງ, ເມື່ອບວກ​ກັບ​ປັດ​ໄຈ​ອື່ນໆ​ເຊັ່ນ​ລາ​ຄາ​ຊັບ​ສິນ​ປ່ຽນ​ແປງ, ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ໃນ​ເດືອນ​ມັງ​ກອນ​ແລ້ວ​ນີ້.”