ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດດມາຮອດລາວ ແລ້ວ!

2021-02-08 17:45:48 |ມາຈາກ:

ວັກຊິນປ້ອງກັນໂຄວິດ-19 ຈໍານວນ 300.000 ໂດດພ້ອມດ້ວຍເຂັມສັກຢາ ເຊິ່ງເປັນການຊ່ວຍເຫຼືອລ້າຈາກ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ມາຮອດສະໜາມບິນວັດໄຕສາກົນ ນະຄອນຫຼວງວຽງຈັນໃນຕອນເຊົ້າເດິກຂອງວັນທີ 08 ກຸມພາ 2021 ເຊິ່ງລາວເປັນໜຶ່ງໃນປະເທດຊຸດທໍາອິດທີ່ໄດ້ຮັບການຊ່ວຍເຫຼືອຢາວັກຊິນຈາກລັດຖະບານ ສປ ຈີນ, ໃຫ້ກຽດຕ້ອນຮັບຢ່າງອົບອຸນໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈ່ຽງຈ້າຍຕົ່ງ ເອອັກຄະລັດຖະທູດຈີນ ປະຈໍາລາວ ພ້ອມດ້ວຍຄະນະເຈົ້າໜ້າທີ່ທາງການແພດຝ່າຍລາວ.

ໂອກາດນີ້, ທ່ານ ບຸນກອງ ສີຫາວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະປະຊາຊາຊົນລາວ ສະແດງຄວາມໃຈຢ່າງສູງຕໍ່ລັດຖະບານ ແລະປະຊາຊົນຈີນ ທີ່ຍາມໃດກໍ່ໃຫ້ເຫັນຄວາມສໍາຄັນ ແລະຫ່ວງໃຍປະຊາຊົນລາວ ແລະເອົາໃຈໃສ່ນໍາເອົາວັກຊີນປ້ອງກັນໂຄວິດ-19 (ວັນຊີນຊີໂນຟາມ, ສປ ຈີນ) ມາໃຫ້ ສປປ ລາວ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ມີວັກຊີນປ້ອງກັນໂຄວິດ-19 ຈໍານວນ 300,000 ໂດດ ແລະເຂັ້ມສັກຢາຈໍານວນ 300,800 ອັນ ໃຫ້ແກ່ ສປປ ລາວ ເຊິ່ງໄດ້ສ້າງຂັວນ ແລະກໍາລັງໃຈໃຫ້ແກ່ ປະຊາຊົນລາວບັນດາເຜົ່າ ແລະຍັງເປັນສັນຍາລັກຂີດໝາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານຕາມທິດ 4 ດີ ແລະເພື່ອນມິດທີ່ເປັນຄູ່ຮ່ວມຊະຕາກໍາກັນຢ່າງແທ້ຈິງ. ທ່ານຍັງກ່າວຕື່ມວ່າ: ວັກຊີນທີ່ໄດ້ຮັບຊຸດນີ້ ເປັນຄວາມຮຽກຮ້ອງຕ້ອງສູງຂອງແພດໝໍ ແລະປະຊາຊົນລາວບັນດາເຜົ່າໃນການປ້ອງກັນ ແລະສະກັດກັ້ນພະຍາດດໂຄວິດ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສຸຂະພາບ ແລະ ເສດຖະກິດ.

ຫວ່າງບໍ່ດົນມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ທ່ານ ບຸນກອງ ແລະແພດໝໍປະຈໍາປ້ອມ ແລະດ່ານຕ່າງໆກໍ່ໄດ້ສັກຢາວັກຊີນດັ່ງກ່າວແລ້ວ ເຊິ່ງກະຊວງສາທາລະນະສຸກກໍ່ໄດ້ຕີລາຄາສູງຕໍ່ຢາວັກຊີນ ຊີໂນຟາມ ຂອງ ສປ ຈີນ ທີ່ໄດ້ຖືກປະເມີນຜົນເປັນທີ່ຫນ້າເພິ່ງພໍໃຈ, ມີປະສິດທິພາບສູງ, ຄວາມປອດໄພສູງ ແລະ ສາມາດສ້າງພູມຄຸ້ມກັນທີ່ດີໄດ້.

ທ່ານກ່າວຕື່ມວ່າ, ການຜະລິດຢາວັກຊີນຂອງ ສປ ຈີນ ເປັນນິມິດຫມາຍທີ່ສໍາຄັນທີ່ສຸດໃນປະຊາຄົມໂລກເຊິ່ງ ຈະເຮັດໃຫ້ມີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ທັງສາມາດເຮັດໃຫ້ປະຊາຄົມໂລກເຂົ້າເຖິງວັກຊີນທີ່ມີປະສິດທິພາບ, ມີຄວາມປອດໄພ ແລະມີຄວາມຍຸດຕິທໍາ. ຕາມຂໍ້ມູນແຈ້ງວ່າ, ພິທີມອບ-ຮັບຢ່າງເປັນທາງການຈະໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ.