ວັກ​​ຊີນ​ຈີນ​ຊ່ວຍ​ເປັນ​ຮົ້ວ​ປ້ອງ​ກັນ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ລາວ

2021-02-08 17:46:39 |ມາຈາກ: CRI

ຕອນ​ເຊົ້າ​ມືດ​​ຂອງວັນ​ທີ 8 ກຸມ​ພາ​ນີ້, ວັກ​ຊິນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ທີ່​ລັດ​ຖະ​ບານ ສ​ປ ​ຈີນ​ຊ່ວຍ​ເຫຼືອ​ ສ​ປປ ລາວ ໄດ້​ຖືກ​ຂົນ​ສົ່ງດ້ວຍ​ເຮືອ​ບິນ​​ເໝົາ​ລຳ​ໄປ​ເຖິງ​ສະ​ໜາມ​ບິນ​ວັດ​ໄຕ​ນະ​ຄອນຫຼວງວຽງ​ຈັນ​ແລ້ວ. ພາຍ​ຫຼັງ​ວັກ​ຊິນງວດ​ນີ້​ສົ່ງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນ, ກໍ​ຈະ​ຊ່ວຍ​ເພີ່ມ​ຄວາມ​ສາ​ມາດ​ໃນ​ການຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ສ້າງ​ຮົ້ວ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານຊີ​ວິດ ແລະ ສຸ​ຂະ​ພາບ​​ຮ່າງ​ກາຍ​ຂອງ​ປະ​ຊ​າ​ຊົນ​ລາວ.

ໂອ​ກາດ​ນີ້, ທ່ານ​ບຸນ​ກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ແຫ່ງ ສ​ປ​ປ ລາວ​ກ່າວ​ວ່າ: ໃນ​ໄລ​ຍະ​ສຳ​ຄັນ​ທີ່​ພວກ​ເຮົາ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊິນ​ປ້ອງ​ກັນ​ພະ​ຍາດ ເຊິ່ງ​ໄດ້​ສ່ອ​ງ​ແສງ​​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ພັກ, ລັດຖະບານ ແລະປະຊາຊົນຈີນ ທີ່ຍາມໃດກໍ່ໃຫ້ເຫັນຄວາມສໍາຄັນ ແລະ​ເປັນ​ຫ່ວງ​ເປັນໃຍປະຊາຊົນລາວ. ກ່ອນ​ໜ້າ​ນີ້, ຈີນ​ກໍ​ໄດ້​ຊ່ວ​ຍ​ເຫຼືອ​ວັກ​ຊິນ​ຈຳ​ນວນ​ໜຶ່ງ​ແລ້ວ ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ສັກ​ຢາ​ວັກ​ຊິນ​ຈີນ​ມາ​ກ່ອນ​ແລ້ວ. ​ຜ່ານ​ການ​ສັກຕົວ​ຈິງ​​ໄດ້ພິ​ສູດ​ໃຫ້​ເຫັນ​ວ່າ: ວັກ​ຊິນ​ຈີນ​ປອດ​ໄພ​ດີ ແລະ ໄວ້​ໃຈ​ໄດ້, ປະ​ຊາ​ຊົນ​ລາວ​ລ້ວນ​ແຕ່​ຄອງ​ຄອຍ​ຢາກ​ສັກ​ວັກ​ຊິນ​ຈີນ​ໂດຍ​ໄວ. ຈີນ​ໄດ້ປະ​ກອບ​ສ່ວນ​ເພື່ອ​ເຮັດ​ໃຫ້​ວັກ​ຊິນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ ທີ່​ປະ​ເທດ​ພວມ​ພັດ​ທະ​ນາ​ສາ​ມາດ​ເຂົ້າ​ເຖິງ ແລະ ແຈກ​ຢາຍ​ໄດ້​ຢ່າງ​ທົ່ວ​ເຖິງ​, ໄດ້​ຊ່ວຍ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​​ຮ່ວມ​ສາ​ທາ​ລະ​ນະ​ສຸກ​ຂອງ​ມວນ​ມະ​ນຸດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ​ທັງໄດ້​ສ້າງ​ຮົ້ວ​ເຫຼັກ​ໃຫ້​ແກ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ.

ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສ​ປ​ປ ລາວ​ຜະ​ໄດ້​ເຊີນ​ກັບ​ຄວາມ​ກົດ​ດັນ​ອັນ​ໃຫຍ່ຫຼວງ​ໃນ​ການ​ປ້ອງ​ກັນ​ແລ​ະ​ຄວບ​ຄຸມ​ພ​ະ​ຍາດ. ໃນ​ຂະ​ນະ​ດຽວ​ກັນ, ກໍ​ມີ​ຄວາມ​ປາ​ຖະ​ໜາ​ຢ່າງ​ແຮງ​ກ້າ ໃນ​ການ​ຄວບ​ຄຸມ​ພະ​ຍາດ, ຟື້ນ​ຟູ​ເສດ​ຖະ​ກິດ ແລະ ​ຄວາມ​ປອດ​ໄພ​ດ້ານສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ. ເຖິງວ່າ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ໄດ້​ນຳ​ເອົາ​ຄວາມ​ຫວັງ​ມາ​ໃຫ້​ແກ່​ຄົນ​ທັງຫຼາຍ, ແຕ່​ທີ່​ຈິງ​ແລ້ວ, ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​​ພັດໄດ້​ຈັດ​ຊື້​ວັກ​ຊິນ​ກວມ 60% ຂຶ້ນ​ໄປ​ຂອງວັກ​ຊິນ​ໂລກ. ໃນ​ຖາ​ນະ​ເປັນ​ປະ​ເທດ​​ທີ່​ຍັງ​ທຸກ​ຍາກ, ສ​ປ​ປ ລາວ​ຈະ​ຊື້​ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ກໍ​ຍັງ​ຫຍຸ້ງ​ຍາກ​ຢູ່. ຈີນ​ແລະ​ລາວ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ, ຈີນ​ກໍ​ຮູ້​ດີ​ຕໍ່​ຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ​ຂອງ​ລັດ​ຖະ​ບານ ສ​ປ​ປ ລາວ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ສັງ​ຄົມ. ສະ​ນັ້ນ, ສ​ປ​ປ ລາວ​​ຈິ່ງ​ໄດ້​ກາຍ​ເປັນ​​ໜຶ່ງ​ໃ​ນປະ​ເທດຈຳ​ນວນ​ທຳ​ອິດ​ທີ່​ຈີນ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊິນ.

​ການໃຫ້​ວັກ​ຊິນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທີ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ສາ​ມາດ​​ເຂົ້າ​ເຖິງ​ແລະ​ສາ​ມາດ​ຊື້​ໄດ້​ຢ່າງ​ແທ້​ຈິງ, ຈີນ​ພວມ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ທີ່ສະ​ໜອງວັກ​ຊິນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ຂອງ​ຕົນ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ​ເພື່ອ​ອຸ​ທິດ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ວັງ​ຊາ​ຂອງ​ຈີນເຂົ້າ​ໃນ​ການເອົາ​​ຊະ​ນະ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.