ທ່ານ​ສີ​ຈິ້ນ​ຜິງ​ຈະ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຈີນ-ປະ​ເທດ​ເອີ​ຣົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ

2021-02-09 18:00:18 |ມາຈາກ: CRI

ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ​ວັນ​ທີ 9 ກຸ​ມ​ພາ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເປັນ​ປະ​ທານຈັດ​ກອງ​ປະ​ຊຸມ​ສຸດຍອດ​ຈີນ-ປະ​ເທດ​ເອີ​ຣົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ ແລະ ກ່າວ​ຄຳ​ປາ​ໄສ​ຕາມ​ຫົວ​ຂໍ້​ກອງ​ປະ​ຊຸມ.

​ຈີນ​ເປັນ​ຝ່າຍ​ລິ​ເລີ່ມ​ຈັດກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້, ຜູ້​ນຳ ຫຼື ຜູ້​ຕາງ​ໜ້າ​​ລະ​ດັບ​ສູງ​​ຂອງປະ​ເທດ​ເອີ​ຣົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ ແລະ ຜູ້​ຕາງ​ໜ້າ​ນັກ​ສັງ​ເກດ​ການ​ການ​ຮ່ວມ​ມື​ຈີນ-ປະ​ເທດ​ເອີ​ຣົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕາມ​ຄຳ​ເຊື້ອ​ເຊີນ. ກອງ​ປະ​ຊຸມ​ສຸດຍອດ​ຈະ​ຈັດ​ຂຶ້ນ​ໂດຍ​ຜ່ານ​ທາງວິ​ດີ​ໂອ.