ປິີສະຫລູເລົ່າເລື່ອງງົວ

2021-02-09 18:14:55 |ມາຈາກ: ວາລະສານຈຳປາ

ງົວມາແລວ

ຂາທັງສີ່ທີ່ມີກຳລັງແຂງແຮງ, ສັນຫຼັງທີ່ໜາ ແລະກວາງ,ໜວຍຕາທີ່ໃສແຈງອິ່ມເຕັມ...ໃນວັດທະນະທຳດັ້ງເດີມຂອງຈີນ, ງົວແມນເພື່ອນມິດທີ່ດີຂອງມະນຸດ, ເປັນເຄື່ອງມືອັນສຳຄັນໃນການອອກແຮງງານຫຼື ເຮັດການຜະລິດ, ເປັນສັນຍະລັກຂອງຄວາມດຸໝັ່ນ ແລະ ຊື່ສັດ. ອີງຕາມການຄົ້ນຄວາຂອງທິມຄົ້ນຄວາວິທະຍາສາດ ມະຫາວິທະຢາໄລສາງຄູຢຸນນານ (Yunnan Normal University), ເຂດຕາເວັນອອກສຽງເໜືອຂອງປະເທດຈີນເປັນໜຶ່ງໃນເຂດທີ່ຝຶກສອນສັດປະເພດງົວກອນໝູໃນໂລກ. ຫາງຈາກປັດຈຸບັນນີ້ ປະມານ 3600 ກວາປີກອນ, ຄົນຈີນໄດເລີ່ມຕົ້ນການຂຽນສະຫຼັກໂຕໜັງສືລົງໃນກະດອງເຕົ່າກະດູກງົວ, ແລະ ຖືກຄົນຮຸນຫຼັງເອີ້ນວາ ໂຕໜັງສືຈີນບູຮານທີ່ຈາລຶກເທິງອອງເຕົ່າຫຼືກະດູກສັດ (oracle bone inscriptions). ໃນສະໄໝຈີນບູຮານຍັງເຄີຍມີການປະກາດໃຊກົດໝາຍ
ໂດຍສະເພາະ, ທີ່ຂຽນເຖິງ “ກົດໝາຍລາຊະອານາຈັກກຽວກັບການຫາມຂາງົວ”, ເຊິ່ງໄດສະທອນໃຫເຫັນເຖິງການປົກປອງ ແລະ ຄວາມເຄົາລົບຂອງຄົນທີ່ມີຕງົວ.

ງົວຄົມມະນາຄົມຂົນສົ່ງ

ຍຸກສະໄໝແຫງການຄາ ເມື່ອ 3000 ກວາປີກອນ (ກອນຄ.ສ. 1600 -1046), ມີຄົນຜູໜຶ່ງທີ່ຊື່ວາ ຫວາງຮາຍ (Wanghai)ໄດປະດິດກວຽນງົວ(ກວຽນທີ່ແກດວຍງົວ)ຂຶ້ນມາ. ໃນສະໄໝລາຊະວົງຈິ້ນ (Jin Dynasty,ຄ.ສ. 266 - 420), ກວຽນງົວໄດກາຍເປັນອຸປະກອນຕົ້ນຕໍໃນການການຄົມມະນາຄົມ ແລະຂົນສົ່ງ, ນັບຕັ້ງແຕຄອບຄົວຊົນຊັ້ນສູງຈົນຮອດປະຊາຊົນທົ່ວໄປ, ໂດຍທົ່ວໄປແລວລວນແຕໄດຂີ່ກວຽນງົວ.

ງົວສິລະປະ

ຖານະຂອງງົວໃນສັງຄົມກະສິກຳຄອນຂາງສູງ, ໄດແບກຫາບຄວາມຫວັງຂອງຜູຄົນຕກັບຊີວິດອັນອຸດົມຮັ່ງມີ. ຄົນເຄົາລົບງົວ ແລະ ຮັກງົວ, ເອົາງົວເປັນສັນຍະລັກຂອງຄວາມໂຊກດີສົມດັ່ງປາຖະໜາ, ດວຍເຫດນັ້ນຈຶ່ງມີການສະແດງອອກຄວາມຮັກຕງົວໂດຍອີງໃສລັກສະນະຂອງສິລະປະ. ດັ່ງເຊັ່ນ ລາຊະວົງໃຕ-ເໜືອ (Southern and Northern Dynasties, ປີຄ.ສ. 420 - 589) ມີການແຕມກວຽນງົວປັ້ນດິນເຜົາ, ການເຄົາລົບງົວ ໃນສະໄໝລາຊະວົງໂຈວ ຕາເວັນຕົກ (The Western Zhou Dynasty, ປີຄ.ສ 1046-771), ການແຕມຮູບປີງົວໃນຊວງກະສິກຳລະດູບານໃໝ ໃນລາຊະວົງຊິງ (QingDynasty, ປີຄ.ສ 1636-1912) ເປັນຕົ້ນ.

ຂອຍມີນາມສະກຸນວາງົວ

ນາມສະກຸນ “牛” (Niú, ອານວາ ໜິວ, ແປວາ ງົວ),ເປັນໜຶ່ງໃນນາມສະກຸນດັ້ງເດີມຂອງຈີນ. ຢູປະເທດຈີນ, ມີປະມານ 2,2 ລານຄົນທີ່ມີນາມສະກຸນ ໜິວ, ຕົ້ນຕໍແມນກະຈາຍຢູສາມແຂວງຄື ເຫີໜານ (Henan), ເຫີເປີຍ (Hebei) ແລະ ຊານຊີ (Shanxi).

ກາວສູຄວາມຜາສຸກ

ໃນພາສາຈີນ ມີຄຳສຸພາສິດ ແລະ ສຳນວນຈຳນວນຫຼາຍທີ່ກຽວຂອງກັບງົວ. ເປັນຕົ້ນວາຄົນຈີນເວລາທີ່ຍອງຄົນ, ມັກເວົ້າປະໂຫຍກໜຶ່ງທີ່ວາ “太牛了” (Tài niúle ,ອານວາ ທາຍໜິວເລິະ, ແປວາ ເກັ່ງຄືງົວຫຼາຍ), ມີຄວາມໝາຍວາ ເກັ່ງຫຼາຍໆ. “牛人” (Niúrén, ອານວາ ໜິວເຢິນ) ສອງຄຳນີ້ແມນໃຊບັນລະຍາຍເຖິງບຸກຄົນໃດໜຶ່ງທີ່ມີຄວາມສາມາດທີ່ເກັ່ງຫຼາຍ. ພອມດຽວກັນນັ້ນ, ຍອນວາເຂົາຂອງງົວທີ່ຊີ້ຂຶ້ນທາງເທິງຕະຫຼອດ, ຈຶ່ງເປັນຕົວແທນເຖິງຄວາມກາວໜາ, ຜູຄົນຍັງພາກັນເອີ້ນສະພາບຕະຫຼາດຮຸນທີ່ຂຶ້ນວາ “牛市” (Niúshi, ອານວາໜິວຊື້, ແປວາ ຕະຫຼາດງົວ).

ຈີນມີຄຳສຸພາສິດບູຮານທີ່ວາ“ເກົ້າເກົ້າເພີ່ມອີກໜຶ່ງເກົ້າ, ງົວໄຖນາໄປທຸກຫົນແຫງ”. ຄວາມໝາຍໂດຍທົ່ວໄປກໍແມນວາ ເມື່ອງົວເລີ່ມໄຖນາ, ລະດູບານໃໝກໍໄດກັບຄືນສູແຜນດິນອີກຄັ້ງ, ສັບພະສິ່ງຄືນມາມີຊີວິດຊີວາ. ປີງົວຫຍັບໃກເຂົ້າມາ, ພວກເຮົາຈະຕອນຮັບການມາເຖິງຂອງລະດູບານໃໝຢາງແນນອນ, ຍາງກາວ ( 犇 , Bēn ອານວາ ເປິ່ນ, ໂຕອັກສອນພາສາຈີນທີ່ປະກອບດວຍຄຳວາງົວສາມໂຕ, ແປວາ ຍາງກາວເຂົ້າສູຄວາມສຸກ).