ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ປາ​ໄສ​ໃນກອງ​ປະ​ຊຸມ​ສຸດຍອດຈີນ-ປະ​ເທດເອີ​ຣົບ​ກາງແລະ​ເອີ​ຣົບ​ຕາ​ເວັນ​ອອກ​​

2021-02-10 12:36:57 |ມາຈາກ: CRI

ວັນ​ທີ 9 ກຸມ​ພານີ້, ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້ເປັນ​ປະ​ທານຈັດກອງ​ປະ​ຊຸມ​ສຸດຍອດ​ຈີນ-ປະ​ເທດເອີ​ຣົບ​ກາງແລະ​ເອີ​ຣົບ​ຕາ​ເວັນ​ອອກ​​, ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ໂດຍ​ຜ່ານ​ທາງວິ​ດີ​ໂອ ແລະ ໃນ​ກອງ​ປະ​ຊຸມ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ກ່າວ​ຄຳ​ປາ​ໄສ​ພາຍ​ໃຕ້​ຫົວ​ຂໍ້ “ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ສືບ​ຕໍ່​ເສີມ​ຂະ​ຫຍາຍການ​ຮ່ວມ​ມື​ອັນ​ເກົ່າ​ແລະອັນ​ໃໝ່ ເພື່ອ​ຮ່ວມ​ກັນ​ຂຽນ​ປະ​ຫວັດ​ສາດ​​ໜ້າໃໝ່​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ”.

ໃນ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ໜັກວ່າ: ຈີນ ແລະ ປະ​ເທດເອີ​ຣົບ​ກາງ-​ເອີ​ຣົບ​ຕາ​ເວັນ​ອອກ​​ ຮ່ວມ​ມື​ກັນ, ຍຶດ​ໝັ້ນ​ການ​ປຶກ​ສາ​ຫາ​ລືຮ່ວມກັນ, ສ້າງ​ສາ​ຮ່ວມ​ກັນ, ເຮັດ​ແທ້​ທຳ​ຈິງ-ດຸນ​ດ່ຽງ​ກັນ, ເປີດ​ປະ​ຕູ-ເຊື່ອມ​ໂຍງ​ເຂົ້າ​ຫາ​ກັນ, ປະ​ດິດ​ສ້າງ ແລະ​ບຸກ​ບືນ​ກ້າວ​ໜ້າ, ເຊິ່ງ​​ແມ່ນ​ພຶດ​ຕິ​ກຳ​ຕົວ​ຈິງ​ຢ່າງ​ມີ​ຊີ​ວິ​ດ​ຊີ​ວາ​ຂອງ​ລັດ​ທິຫຼາຍ​ຝ່າຍ, ແມ່ນ​ພາກ​ສ່ວນ​ປະ​ກອບທີ່​ສຳ​ຄັນຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ຣົບ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດເອີ​ຣົບ​ກາງແລະ​ເອີ​ຣົບ​ຕາ​ເວັນ​ອອກ​​ ເດີນໄປ​ຕາມ​ຍຸກ​ສະ​ໄໝ, ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ໃນ​ລະ​ດັບ​ສູງກວ່າ​ເກົ່າ ແລະ ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ກອງ​ປະ​ຊຸມ​ສຸດຍອດ​ໄດ້​​ເຜີຍ​ແຜ່ “ແຜນ​ດຳ​ເນີນ​ງານ​ປັກ​ກິ່ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ປະ​ເທດເອີ​ຣົບ​ກາງແລະ​ເອີ​ຣົບ​ຕາ​ເວັນ​ອອກ​​ປີ 2021” ແລ​ະ “​ສະຫຼຸບ​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ສຸດຍອດ​ຈີນ-ປະ​ເທດເອີ​ຣົບ​ກາງແລະ​ເອີ​ຣົບ​ຕາ​ເວັນ​ອອກ​​​”.