ເລີ້ມຈັດງານລາ​ຕີ​ສິ​ລະ​ປະ​ເພື່ອ​ສະ​ຫຼອງ​ບຸນ​ກຸດ​ຈີນຂ້າມປະເທດ ແລະກິດຈະກຳແລກປ່ຽນວັດທະນະທຳເຂົ້າສູ່ 5 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

2021-02-10 13:51:38 |ມາຈາກ:

ງານລາ​ຕີ​ສິ​ລະ​ປະ​ເພື່ອ​ສະ​ຫຼອງ​ບຸນ​ກຸດ​ຈີນຂ້າມປະເທດ ແລະກິດຈະກຳແລກປ່ຽນວັດທະນະທຳເຂົ້າສູ່ 5 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈະຈັດຂຶ້ນຢ່າງຄຶກຄື້ນທາງອິນເຕີເນັດ ແຕ່ວັນທີ 10 – 26 ກຸມພາ 2021, ເຫດການດັ່ງກ່າວ ມີກຳນົດເວລາເປັນ 17 ວັນ. ຫົວຂໍ້ຫຼັກຂອງກິດຈະກຳແມ່ນ “ລະດູບານໃໝ່ອັນອົບອຸ່ນຢູ່ສາຍນໍ້າດຽວກັນ, ຮ່ວມສະເຫວີຍສຸກສີສັນຢຸນນານ” “春暖一江水 畅XIANG彩云南”, ເລີ້ມດຳເນີນການກິດຈະກຳຕ່າງໆທີ່ມີຫຼາຍຫົວຂໍ້ຫຼັກ ເຊັ່ນ: “ ​​ງານລາ​ຕີ​ສິ​ລະ​ປະ​ເພື່ອ​ສະ​ຫຼອງ​ບຸນ​ກຸດ​ຈີນຂ້າມປະເທດທາງອິນເຕີເນັດ”, “ວິດີໂອຫົວຂໍ້ສັ້ນໆ”, ແລະ“ ປະສານງານກັນທາງອິນເຕີເນັດຂ້າມເວລາ ແລະ ສະຖານທີ່ ".

ລາຍການເຄື່ອນໄຫວຄັ້ງນີ້ ຈັດໂດຍຫ້ອງການຂ່າວສານຂອງອຳນາດການປົກຄອງປະຊາຊົນແຂວງຢຸນນານ, ແລະການຮ່ວມຈັດໂດຍຫ້ອງການຂ່າວສານຂອງອຳນາດການປົກຄອງປະຊາຊົນກິ່ງແຂວງປົກຄອງຕົນເອງເຜົ່າຕິເບດຕີ້ຊິ້ງ, ຫ້ອງການຂ່າວສານຂອງອຳນາດການປົກຄອງປະຊາຊົນກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ, ແລະຫ້ອງການຂ່າວສານຂອງອຳນາດການປົກຄອງປະຊາຊົນເມືອງເປົາຊານ, ແລະການສະໜັບສະໜູນຕະຫຼອດລາຍການ ໂດຍສື່ມວນຊົນຕ່າງປະເທດ ເຊັ່ນ: ຊ່ອງໂທລະພາບຊາງເຊິງຈິງຜິງ-ບໍລິສັດສື່ມວນຊົນສາກົນໂທລະພາບຈີນ, ອົງການສື່ມວນຊົນໄທ MCOT, ສະມາຄົມນັກຂ່າວກຳປູເຈຍ-ຈີນ, ເຄືອຂ່າຍຂ່າວຕົ້ນໝາກຂາມຂອງກຳປູເຈຍ, ແລະ “ໜັງສືພິມຫົງຄໍາ Golden Phoenix” ຂອງມຽນມາ.

ໃນກິດຈະກຳຄັ້ງນີ້, ກົງສຸນໃຫຍ່ໄທ ທີ່ຄຸນໝິງ ສົ່ງວິດີໂອອວຍພອນປີໃໝ່ຈີນ ໃຫ້ປະຊາຊົນຈີນ ແລະເພື່ອນມິດທົ່ວໂລກ.

ໃນຊຸມປີມໍ່ໆມານີ້, ພາຍໃຕ້ການຊີ້ນຳຂອງກະຊວງໂຄສະນາຈີນ, ແລະຫ້ອງການຂໍ້ມູນຂ່າວສານຂອງລັດ, ແຂວງຢຸນນານໄດ້ຈັດຕັ້ງປະຕິບັດ ແລະຈັດກິດຈະກຳ "​​ງານລາ​ຕີ​ສິ​ລະ​ປະ​ເພື່ອ​ສະ​ຫຼອງ​ບຸນ​ກຸດ​ຈີນຂ້າມປະເທດ" ຫລາຍຄັ້ງຢ່າງສຳເລັດຜົນດີ ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ຢູ່ເມືອງສຳຄັນຢາງກຸ້ງຂອງມຽນມາ. ​​ງານລາ​ຕີ​ສິ​ລະ​ປະ​ເພື່ອ​ສະ​ຫຼອງ​ບຸນ​ກຸດ​ຈີນຂ້າມປະເທດໃນປີນີ້ ບໍ່ພຽງແຕ່ຮັກສາລັກສະນະສະເພາະທາງດ້ານວັດທະນະທຳພື້ນເມືອງຂອງຈີນ ເທົ່ານັ້ນ, ແຕ່ຍັງເຊື່ອມໂຍງກັບວັດທະນະທຳສາກົນ, ຕອບສະໜອງຢ່າງເຕັມທີ່ກັບຄວາມຊິນເຄີຍໃນການຊົມຂອງຜູ້ຊົມໃນປະເທດຕ່າງໆ, ແລະສະແດງໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງ ລະຫວ່າງແຂວງຢຸນນານ ແລະບັນດາປະເທດອ່າງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.