ງານລາ​ຕີ​ສິ​ລະ​ປະ ​ສະເຫຼີມສະ​ຫຼອງ​ບຸນ​ກຸດ​ຈີນຂອງສະຖານີໂທລະພາບແຂວງເຫີນານປີ2021ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ

2021-02-18 16:10:58 |ມາຈາກ:

ງານລາ​ຕີ​ສິ​ລະ​ປະ​ ສະເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນຂອງ ສະຖານີໂທລະພາບແຂວງເຫີນານປີ2021 ໄດ້ຮັບຄຳເຫັນ ແລະ ການຍ້ອງຍໍຈາກຊາວເນັດຫຼາຍ ຍ້ອນ ເນື້ອໃນຂອງລາຍການ. ໃນເວັບເວີຍປໍ(microblog) ແລະ ເວທີສື່ມວນຊົນໃໝ່ອື່ນໆ, ວິດີໂອຂອງລາຍການ ມີຄົນເຂົ້າໄປເບິ່ງເກີນ 2 ພັນລ້ານຄັ້ງ, ແລະ ຫົວຂໍ້ໃນເວັບເວີຍປໍຖືກອ່ານ 490 ລ້ານເທື່ອ, ຫົວຂໍ້ຂອງລາຍການ ເປັນຫົວຂໍ້ຄົ້ນຫາຍອດນິຍົມໃນຫຼາຍເວັບໄຊ້ຕ່າງໆຫຼາຍຄັ້ງ... ໃນນັ້ນ, ການສະແດງເຕັ້ນລຳໜຶ່ງທີ່ມີຊື່ວ່າ “ງານລ້ຽງຍາມລາຕີ ຂອງພະລາຊະວັງຖາງ” ທີ່ມີຄວາມຍາວ 5 ນາທີ , ເຊິ່ງການສະແດງນີ້ເປັນການ ປະສົມປະສານປະເພນີຂອງລາຊະວົງຖາງເຂົ້າກັບການສະແດງຂອງກຸ່ມຍິງສາວ, ການເຕັ້ນນີ້ເບິ່ງບາງເທື່ອກໍມີຄວາມເຄັ່ງຂຶມ ແລະ ບາງເທື່ອກໍມີຊີວິດຊີວາ.

ຊາວເນັດໄດ້ອອກຄຳເຫັນກ່ຽວກັບ "ງານລ້ຽງຍາມລາຕີຂອງພະລາຊະວັງຖາງ" ວ່າ ເຮັດໃຫ້ໄດ້ເຫັນອະດີດ ແລະ ໄດ້ເຫັນປະຈຸບັນ, "ເດັກຍິງນ້ອຍໆເຫຼົ່ານັ້ນ, ກໍຄືກັນກັບພວກເຮົາໃນສະໄໝນີ້ທີ່ກຳລັງຂ້ຽວໄປເຮັດວຽກໃນຕອນເຊົ້າບໍ?"