ໃນໄລຍະບຸນປີໃໝ່ກຸດຈີນຢູ່ແຂວງຢຸນນານ, ໄດ້ຕ້ອນຮັບນັກທ່ອງທ່ຽວທັງໝົດ 16,67 ລ້ານເທື່ອຄົນ

2021-02-23 15:54:17 |ມາຈາກ:

ບຸນປີໃໝ່ກຸດຈີນປີນີ້, ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ, ປະເທດຈີນໄດ້ລິເລີ່ມການສະເຫຼີມສະຫຼອງບຸນປີໃໝ່ກຸດຈີນຢູ່ທ້ອງຖິ່ນຕ່າງໆທີ່ຕົນອາໄສຢູ່. ອິງຕາມຂໍ້ມູນຈາກພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຢຸນນານ, ໃນໄລຍະບຸນປີໃໝ່ກຸດຈີນ, ແຂວງຢຸນນານໄດ້ຕ້ອນຮັບນັກທ່ອງທ່ຽວທັງໝົດ 16,67 ລ້ານເທື່ອຄົນ, ແລະ ບັນລຸລາຍໄດ້ຈາກການທ່ອງທ່ຽວ 10,8 ຕື້ຢວນ. ການທ່ອງທ່ຽວໃນທ້ອງຖິ່ນ, ການທ່ອງທ່ຽວຢູ່ເຂດອ້ອມຂ້າງ, ການທ່ອງທ່ຽວ ໜຶ່ງມື້, ແລະ ການທ່ອງທ່ຽວໄລຍະສັ້ນ ດ້ວຍການຂັບລົດ ເອງ ໄດ້ກາຍເປັນທາງເລືອກທີ່ໄດ້ຮັບຄວາມນິຍົມຈາກຊາວເມືອງ.

ໃນໄລຍະວັນພັກ, ເຂດທ່ອງທ່ຽວຫຼາຍແຫ່ງຂອງແຂວງຢຸນນານເປີດເປັນປົກກະຕິ. ມາດຕະການໄດ້ຖືກນຳໃຊ້ໃນຫຼາຍແຫ່ງ, ເພື່ອເບິ່ງແຍງແຮງງານຈາກແຂວງ(ປະເທດ)ອື່ນໆທີ່ບໍ່ໄດ້ກັບບ້ານສະຫຼອງປີໃໝ່, ເຮັດໃຫ້ພວກເຂົາຮູ້ສຶກເຖິງຄວາມອົບອຸ່ນທີ່ຢູ່ອ້ອມຂ້າງ. ສະຖານທີ່ຫຼາຍແຫ່ງໃນແຂວງຢຸນນານອີງໃສ່ຊັບພະຍາກອນທີ່ເປັນເອກະລັກສະເພາະໃນແຂວງຕົນເຊັ່ນ: ອາກາດອົບອຸ່ນ ແສງແດດພຽງພໍ ແລະ ຊັບພະຍາກອນປ່າໄມ້ ເປັນຕົ້ນ, ເປີດຕົວຜະລິດຕະພັນການທ່ອງທ່ຽວເພື່ອຮັກສາສຸຂະພາບ. ແຂວງຢຸນນານ ໄດ້ຮ່ວມມືກັບເວທີທີ່ກ່ຽວຂ້ອງ , ດຳເນີນການຖ່າຍທອດສົດ ແລະ ແບ່ງປັນເນື້ອໃນໃນຫົວຂໍ້ເຊັ່ນ "ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ+" .