ມາດ​ຕະ​ການ​ສຳ​ຄັນ​ໃນເອ​ກະ​ສານ​ເລ​ກ 1 ຂອງ​ສູນ​ກາງສຳ​ລັບ​ປີ 2021 ​

2021-02-23 16:58:57 |ມາຈາກ: CRI

ເອ​ກະ​ສານ​ເລກ​ໜຶ່ງຂອງ​ສູນ​ກາ​ງ​ສຳ​ລັບ​ປີ 2021 ຄື “ຄວາມ​ເຫັນ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກໍ​ຄື​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ຊົນ​ນະ​ບົດ​ແລະ​​ການເລັ່ງ​ລັດ​ໃຫ້​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຫັນ​ເປັນ​ທັນ​ສະ​ໄໝ​” ໄດ້​ຖືກ​ເປີດ​ເຜີຍ​ໃນ​ວັນ​ທີ 21 ກຸມ​ພາ​ນີ້.

ໃນ​ທ້າຍ​ປີ 2020 ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທາ​ນ​ປະ​ເທດ​ຈີນ​ໄດ້​ເນັ້ນ​ໜັກ​ໃນ​ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ຂັ້ນ​ສູນ​ກາງ​ຈີນ​ວ່າ: ໃນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ແລະ​ເຂັ້ມ​ແຂງ, ຮັ່ງ​ມີ, ປະ​ຊາ​ທິ​ປະ​ໄຕ, ສີ​ວິ​ໄລ, ມີ​ຄວາມ​ກົມ​ກຽວ​ກັນ​ແລະ​ສວຍ​ງາມ ໃນ​ປີ​ທີ່ສະ​ຖາ​ປະ​ນາ​ປະ​ເທດ​ຈີນ​ໃໝ່​ຄົບ​ຮອບ 100 ປີ, ປັບ​ປຸງ​ແລະ​ເສີມ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ການລຶບ​ລ້າງ​ຄວາມ​ທຸກ​ຍາກ, ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ນະ​ບົດ​ຢ່າງ​ຮອບ​ດ້ານ, ເລັ່ງ​ລັດ​ໃຫ້​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຫັນ​ເປັນ​ທັນ​ສະ​ໄໝ, ​ນີ້ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ພົວ​ພັນ​ເຖິງ​ສະ​ພາບ​ການ​ລວມ ແລະ​ຕ້ອງ​ໃຫ້​ທົ່ວ​ພັກ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ.

ກອງ​ປະ​ຊຸມ​ສຳ​ຄັນ​ແລະ​ເອ​ກະ​ສານ​ສຳ​ຄັນ​ດັ່ງ​ກ່າວ​ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ບົນ​ພື້ນ​ຖານ​ທີ່​ໄດ້​ບັນ​ລຸ​ເປົ້າ​ໝາຍໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ, ຈີນ​ໄດ້​ກ້າວ​ເດີນ​ໄປ​ສູ່​ເສັ້ນ​ທາງ​ທີ່​ຊຸກ​ຍູ້​ຄວາມ​ຈະ​ເລີນ​​ຮຸ່ງ​ເຮືອງຂອງ​ຊົນ​ນະ​ບົດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ, ​ຈຸດ​ສຸມຂອງວຽກ​ງານ​ຊົນ​ນະ​ບົດ, ກະ​ສິ​ກຳ​ແລະ​ຊາວ​ກະ​ສິ​ກອນ​ກໍ​ມີ​ການ​ປ່ຽນ​ແປງ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ.

ດັ່ງ​ນັ້ນ, ເອ​ກະ​ສານ​ເລ​ກ 1 ຂອງ​ສູນ​ກາງ​ສຳ​ລັບ​ປີ 2021 ​ຈະມີມາດ​ຕະ​ການ​ສຳ​ຄັນ​ແນວ​ໃດ? ​ກະ​ລຸ​ນາເບິ່ງ​ພາບ​ດັ່ງ​ລຸ່ມ​ນີ້​: