ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນ​ຈະ​ປະ​ກອບ​ສ່ວນໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອນຳ​ໃຊ້​ອະ​ວະ​ກາດ​ເຂົ້າ​ໃນ​ທາງ​ສັນ​ຕິ​ພາບ

2021-02-23 17:00:37 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 22 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງຜູ້​ຕາງ​ໜ້ານັກ​ວິ​ຊາ​ການ​ຜູ້​ເຂົ້າ​​ຮ່ວມ​ພາ​ລະ​ກິດ​ຄົ້ນ​ຄວ້າ ແລະ​ທົດ​ລອງຍານ​ອະ​ວະ​ກາດ​ສຳຫຼວດດວງ​ຈັນ “ສາງ​ເອີ 5”ຢູ່​​ຫໍ​ສະ​ພາ​ປະ​ຊາ​ຊົນທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທັງ​ໄດ້ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​​ຕົວ​ຢ່າງ​ດິນຂອງດວງ​ຈັນ ແລະ ໝາກ​ຜົນ​ຂອງ​ໂຄງ​ການ​ສຳຫຼວດດວງ​ຈັນ, ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ຂອງ​ໂຄງ​ການ​ສຳຫຼວດດວງ​ຈັນ ໂດຍ​ສະ​ເພາະ​ແມ່ນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ “ສາງ​ເອີ 5”. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ເຊີດ​ຊູ​ຈິດ​ໃຈສຳຫຼວດດວງ​ຈັນ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ລະ​ບຽບການ​ໃໝ່​ທີ່​ສຸມ​ທຸກ​ກຳ​ລັງ​ທົ່ວ​ປະ​ເທດ, ​ປີນ​ໄຕ່​ຂຶ້ນ​ສູ່​​ຍອດ​ພູ​ສູງ​ແຫ່ງວິ​ທະ​ຍ​າ​ສາດ​ເຕັກ​ນິກ​ຢ່າງ​ກ້າ​ຫານ, ​ເພື່ອຮັບ​ໃຊ້​ການ​ພັດ​ທະ​ນາລວມ​ຂອງ​ປະ​ເທດ​ຊາດ, ເປີ​ດ​ຂະ​ບວນ​ການ​ໃໝ່​ຂອງ​ການ​ສຳຫຼວດ​ອະ​ວະ​ກາດ​ຢ່າງ​ໜັກ​ແໜ້ນ, ຊຸກ​ຍູ້​ການ​ປະ​ດິດ​ສ້າງໃໝ່ ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະ​ກອບ​ສ່ວນ​ອັນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​​ເພື່ອນຳ​ໃຊ້​ອະ​ວະ​ກາດ​ເຂົ້າ​ໃນ​ທາງ​ສັນ​ຕິ​ພາບ​ຂອງມວນ​ມະ​ນຸດ.