ມາ​ຮອດ​ທ້າຍ​ປີ 2020 ມູນ​ຄ່າ​ສັບ​ສິນຂອງລັດ​ວິ​ສາ​ຫະກິດສູນ​ກາງ​ຈີນ​ມີເກືອບ 70000 ຕື້​ຢວນ

2021-02-24 17:26:09 |ມາຈາກ: CRI

ຕອນ​ບ່າຍ​ຂອງ​ວັນ​ທີ 23 ກຸມພາ​ນີ້, ຫ້ອງການ​ຖະ​ແຫຼ​ງຂ່າວລັດຖະບານ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໂດຍ​​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ມາ​ຮອດ​ທ້າຍ​ປີ 2020, ຍອດມູນ​ຄ່າສັບ​ສິນ​ຂອງ​ລັດ​ວິ​ສາ​ຫະກິດ​ສູນ​ກາງ​ຈີນ​ມີ​ເຖິງ 69100 ຕື້​ຢວນ, ຈັງຫວະ​ການ​ເຕີ​ບ​ໂຕ​ສະ​ເລ່ຍຕໍ່​ປີ​ໃນ​ໄລຍະ​ປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13 ບັນລຸ 7,7%.

ຂໍ້​ມູນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ປີ 2020, ຜົນ​ກຳ​ໄລ​ສຸດທິສະ​ເລ່ຍຂອງ​ລັດ​ວິ​ສາ​ຫະກິດ​ສູນ​ກາງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເປັນ 59,4% ​ເມື່ອ​ທຽບ​ໃສ່​ປີ 2015, ອັດຕາ​ຜົນກຳ​ໄລ​ຂອງ​ລາຍ​ຮັບ​ຈາກ​ການ​ດຳ​ເນີນ​ທຸລະ​ກິດໄດ້​​ເພີ່ມ​ຂຶ້ນ 1,7%; ອັດຕາ​ສ່ວນ​ການ​ລົງທຶນ​ໃນ​ການ​ຄົ້ນຄວ້າພັດທະນາ​ໄດ້​ເພີ່ມຈາກ 2,16% ​ໃນ​ປີ 2015 ມາ​ເປັນ 2,55% ​ໃນ​ປີ 2020, ​ໃນ​ໄລຍະ​ປະຕິບັດ​​ແຜນພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 13 ​ໄດ້​ລົງທຶນ​ເຖິງ 3400 ຕື້​ຢວນ.

​ໃນ​ໄລຍະ​ປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 13, ລັດ​ວິ​ສາ​ຫະກິດ​ສູນ​ກາງ​ຈີນ​ໄດ້​ມີລາຍ​ຮັບ​ຈາກ​ຕ່າງປະ​ເທດ​ຫຼາຍ​ກວ່າ 24000 ຕື້​ຢວນ, ​ໄດ້​ຜົນ​ກຳ​ໄລ​ເກືອບ 600 ຕື້​ຢວນ.