ຈີນ​ເອົາ​ໃຈ​ໃສ່​ວຽກ​ງານ​ພັດ​ທະ​ນາ​ຊົນ​ນະ​ບົດ​ຮອບ​ດ້ານ​ເປັນ​ໜ້າ​ທີ່​ສຳ​ຄັນ, ໃນ​ເວ​ລາ​ດຽວ​ກັນ​ກໍ​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ກັບ​ລາວ

2021-02-24 17:27:07 |ມາຈາກ:

ໃນ​ໄລ​ຍະ​ປະ​ຕິ​ບັດ “ແຜນ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ໄລ​ຍະ 5 ປີ​ຄັ້ງ​ທີ 13”, ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງເປັນ​ແກນ​​ນຳ, ການ​ພັດ​ທະ​ນາສາ​ກະ​ສິ​ກຳ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ຈີນ​ໄດ້​ບັນ​ລຸຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ, ຜົນ​ຜະ​ລິດສະ​ບຽງ​ອາ​ຫານ​ຂອງ​ຈີນ​ໄດ້​​ບັນ​ລຸຫຼາຍກວ່າ 6.5 ຕື້​ໂຕນ​ຫຼາຍ​ປີ​ລຽນ​ຕິດ, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ນາ​ໄດ້​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2010. ຈີນ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​ການ​ລຶບ​ລ້າງ​ຄວາມທຸກ​ຍາກ​ໃນ​ຍຸກ​ໃໝ່​ຕາມ​ເວລາ​ກຳນົດ, ​ສຳ​ເລັດ​ວຽກ​ງານ​ລຶບ​ລ້າງ​​ຄວາມທຸກ​ຍາກ​ເດັດ​ຖານ​ແລະ​ຄວາມ​ທຸກ​ຍາກ​ທົ່​ວ​ໄປ​ໃນ​ເຂດ​ແຄວ້ນ, ເຊິ່ງ​ໄດ້​ສ້າງ​​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ. ສະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຢູ່​ຊົນ​ນະ​ບົດ​ໄດ້​​ຮັບ​ການປັບ​ປຸງ​​ໃຫ້ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ການ​ປະ​ຕິ​ຮູບ​ຊົນ​ນະ​ບົດ​ໄດ້​ກ້າວ​ເຂົ້າສູ່​ລ່ວງ​ເລິກ, ສັງ​ຄົມ​ຊົນ​ນະ​ບົດ​ໄດ້​ຮັກ​ສາ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ກົມ​ກຽວ​ກັນ, ຊົນ​ນະ​ບົດ​ຂອງ​ຈີນ​ຈະ​ສາ​ມາດສຳ​ເລັດ​ເປົ້າ​ໝາຍ​ທີ່​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ໄດ້​.

ພາຍ​ຫຼັງ​ກ້າວ​ເຂົ້າ​ສູ່​ປີ​ 2021, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ລັດ​ຖະ​ບານ​ຈີນ​ໄດ້​ເປີດ​ເຜີຍ “ຄວາມ​ເຫັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​​ການ​ພັດ​ທະ​ນາ​ຊົນ​ນະ​ບົດແລະ​ເລັ່ງ​ລັດ​ພັດ​ທະ​ນາ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດໃຫ້​ຫັນ​ເປັນ​​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ.” ນີ້​ແມ່ນ “ເອກ​ກະ​ສານ​ເລກ 1” ​ສະ​ບັບ​ທີ 18 ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ພາຍ​ຫຼັງ​ເຂົ້າ​ສູ່​ສະ​ຕະ​ວັດ​ທີ 21. “ຄຳ​ເຫັນ” ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ຄວນ​ຍຶດ​ໝັ້ນ​ການ​ຖື​ເອົາການ​ແກ້​ໄຂ​ບັນ​ຫາ “ກະ​ສິ​ກຳ, ຊົນ​ນະ​ບົດ​ແລະ​ຊາວ​ນາ” ເປັນ​ຈຸດ​ສຳ​ຄັນ​ທີ່​ສຸດ​ໃນ​ວ​ຽກ​ງານ​ຂອງ​ທົ່ວ​ພັກ​ກອມ​ມູ​ນິດ​ຈີນ, ຖື​ເອົາ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ຊົນ​ນະ​ບົດ​ຢ່າງ​ຮອບ​ດ້ານ​ເປັນ​ໜ້າ​ທີ່​ສຳ​ຄັນຢ່າງ​ໜຶ່ງໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາຊາດ​ຈີນ​, ສຸມ​ກຳ​ລັງ​ທົ່ວ​ພັກ​ແລະ​ທົ່ວ​ສັງ​ຄົມ​ເພື່ອ​ເລັ່ງ​ລັດ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​, ເຮັດ​ໃຫ້​ຊາວ​ນາ​ທັງ​ຫຼາຍ​ດຳ​ລົງ​ຊີ​ວິດ​ທີ່​ດີ​ງາມກວ່າ​ເກົ່າ.

​ຢາກ​ໃຫ້​ຊົນ​ຊາດ​ຈີນ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຄືນ​ໃໝ່, ກໍ​ຕ້ອງ​ພັດ​ທະ​ນາ​ຊົນ​ນະ​ບົດ​. ການ​ສ້າງ​ປະ​ເທດ​ຈີນ​ໃຫ້ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ​ແລະບັນ​ລຸ​ເປົ້າ​ໝາຍໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ, ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ຍັງ​ຢູ່​ໃນ​ຊົນ​ນະ​ບົດ, ພື້ນ​ຖານ​ອັນ​ໜັກ​ແໜ້ນ​ແລະ​ກວ້າງ​ຂວາງ​ທີ່​ສຸດ​ກໍ​ຍັງ​ຢູ່​ໃນ​ຊົນ​ນະ​ບົດ​ເຊັ່ນ​ກັນ. ໃນ​ເວ​ລາ​ທີ່​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່ຍິ່ງ​ໃຫຍ່​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ, ສະ​ຫາຍ​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້ເບິ່ງກວ້າງມອງ​ໄກແລະເຂົ້າ​ໃຈ​ກະ​ແສ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ເລິກ​ເຊິ່ງ, ​ທ່ານໄດ້​ສະ​ເໜີ​ຍຸດ​ທະ​ສາດ​ສຳ​ນ​ທີ່​ເປັນ​ປະ​ຫວັດ​ສາດ​​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຢ່າງ​ຮອບ​ດ້ານ. ນີ້​ໝາຍ​ຄວາມ​ວ່າ: ຈີນ​ຈະ​ສຸມ​ກຳ​ລັງ​ຂອງ​ທົ່ວ​ພັກ​ແລະ​ທົ່ວ​ສັງ​ຄົມ​​ເພື່ອເລັ່ງ​ລັດ​​ການຊຸກ​ຍູ້​ໃຫ້​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຫັນ​ເປັນ​​ທັນ​ສະ​ໄໝ, ເຮັດ​ໃຫ້​ຊາວ​ນາທົ່ວ​ໄປ​ມີ​ຊີ​ວິດ​ທີ່​ດີ​ງາມກວ່າ​ເກົ່າ.

ໃນ​ຂະ​ນະ​ດຽວ​ກັນ, ພວກ​ເຮົ​າກໍ​ຫຼຽວ​ເບິ່ງ​ປະ​ເທດ​ລາວ​ເຊິ່ງ​ເປັນ​ປະ​ເທດ​​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຂອງ​ຈີນ. ປີ 2020, ປະ​ຊາ​ກອນ​ຂອງ​ລາວ​ມີ​ຫຼາຍກວ່າ 60% ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊົນ​ນະ​ບົດ, ລາຍ​ຮັບ​ປະ​ຈຳ​ວັນ​ສ່ວນ​ຫຼາຍ​​ໄດ້​ມາຈາກ​ການ​ປູກ​ຟັງ​ແລະ​ລ້ຽງ​ສັດ. ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ​ລາວ​ສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ​ 6 ເດືອນ​ຕົ້ນ​ປີ 2020, ກະ​ສິ​ກຳ​ໄດ້​ກວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP ຂອງ​ລາວ 16,2%, ກະ​ສິ​ກຳ​ຍັງ​ແມ່ນ​ຂະ​ແໜງ​ການ​ຕົ້ນ​ຕໍ​ຂອງ​ລາວ.

ໜັງ​ສຶ​ພິມ​ປະ​ຊາ​ຊົນ​ລາວ​ລາຍ​ງານ​ວ່າ: ນັບ​ມາ​ຮອດ​ເດືອນ​ຕຸ​ລາ​ປີ 2020, ມີ​ບໍ​ລິ​ສັດລາວ​ແລະ​ຕ່າງ​ປະ​ເທດ 1.562 ແຫ່ງ​ໄດ້​ລົງ​ທຶນ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ແລະ​ປ່າ​ໄມ້​ຢູ່​ປະ​ເທດ​ລາວ, ຍອດ​ຈຳ​ນວນ​ການ​ລົງ​ທຶນ​ບັນ​ລຸ​ເຖິງ 4,2 ຕື້​ໂດ​ລາ​ສະ​​ຫະ​ລັດ, ປະ​ເທດ​​ທີ່​ເຂົ້າ​ໄປລົງ​ທຶນ​ຕົ້ນ​ຕໍ​ແມ່ນ​ປະ​ເທດ​ເອີ​ຣົບ, ຈີນ, ຫວຽດ​ນາ​ມ, ໄທ​ແລະ​ອື່ນໆ, ໃນ​ນັ້ນ, ຈີນ​ໄດ້​ຄອງ​ອັນ​ດັບ​ໜຶ່ງ, ກາຍ​ເປັນ​ປະ​ເທດ​ລົງ​ທຶນ​​ດ້ານກະ​ສິ​ກຳ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ລາວ. ນີ້​ຈຶ່ງເຫັນ​ໄດ້​ວ່າ: ຈີນ​ແລະ​ລາວ​ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​​ກັນ​ຢ່າງໃກ້​ຊິດ​ທີ່​ສຸດ​ໃນ​ດ້ານ​ກະ​ສິ​ກຳ. ໃນ​ຂະ​ບວນ​ການ​ທີ່​ຈີນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຢ່າງ​ຮອບ​ດ້ານ​ແລະ​ເລັ່ງ​ລັດ​ພັດ​ທະ​ນາ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຫັນ​ເປັນ​​ທັ​ນ​ສະ​ໄໝ, ຈີນ​ກໍ​ຫວັງ​ໃຫ້​ສອງ​ປະ​ເທ​ດ​ຈີນ​ແລະ​ລາວ​ສາ​ມາດ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ດ້ານ​ກະ​ສິ​ກຳ​ຕື່ມ​ອີກ, ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.