ຈີນ​ບໍ່​ເຄີຍບັງ​ຄັບ​​ໃຫ້ປະ​ເທດ​ອື່ນ​ໄຊ້​ໜີ້ ທັງ​ບໍ່​ໄດ້ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອື່ນເຊັນ​ສັນ​ຍາແບບ​ບີບບັງ​ຄັບ

2021-02-24 17:27:50 |ມາຈາກ: CRI

ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຢືນ​ຢັນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ໃນ​ວັນ​ທີ 23 ກຸມ​ພາ​ນີ້​ວ່າ: ອັນ​ທີ່​ເອີ້ນ​ວ່າ “ກັບ​ດັກ​​ໜີ້​ສິນ​ຈາກ​ຈີນ”​ນັ້ນ​ເປັນ​ຖ້ອຍ​ຄຳ​ທີ່​ບໍ່​ຖືກ​​ຕ້ອງກັບ​ຄວາມ​ຈິງ, ​ກົງ​ກັນ​ຂ້າມ, ບຸກ​ຄົນ​ຈຳ​ນວນ​ໜຶ່ງ​ທີ່​ມີ​ເຈດ​ຕະ​ນາ​ບໍ່​ຫວັງ​ດີຍຸແຍ່​​ເພື່ອທຳ​ລາຍ​ການ​ພົວ​ພັນ​ຈີນ-ອາ​ຟ​ຣິກ​ກາ ນັ້ນຈຶ່ງ​ແມ່ນ​ຄວາມ​​ຈິງ. ​ຈີນມີ​ຄວາມ​ຍິນ​ດີ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ສະ​ແຫວງ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ໜີ້​ສິນໃຫ້​ດີ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ບົນ​ຈິດ​ໃຈ​ມິດ​ຕະ​ພາບ, ຈີນ​ບໍ່​ເຄີຍ​ບັງ​ຄັບ​ໃຫ້​ປະ​ເທດ​ອື່ນ​​ໄຊ້​ໜີ້​ຈັກ​ເທື່ອ, ທັງ​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ເຊັນ​ສັນ​ຍາ​ແບບ​ບີບ​ບັງ​ຄັບ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ຈີນ​​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ບັນ​ຫາ​ກ່ຽວ​ກັບ​ການ​ຜ່ອນຫຼື​ເລື່ອນ​ເວ​ລາໄຊ້​ໜີ້​ໃຫ້​ກັບປະ​ເທດ​ໃນ​ອາ​ຟ​ຣິ​ກາ, ​ຈີນ​ກຳ​ລັງ​​ປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຜູ້​ນຳ​ຈີນ-ອາ​ຟ​ຣິ​ກາ​ແລະ​ຂໍ້​ລິ​ເລີ່ມ​ເລື່ອນ​ເວ​ລາໄຊ້​ໜີ້​ຂອງG20 ເພື່ອ​ແກ້​ໄຂຄວາມ​ກັງ​ວົນ​ຂອງ​ຝ່າຍ​ອາ​ຟ​ຣິກ​ກາ​ຢ່າງ​ຕັ້ງ​ໜ້າ​, ຈີນ​ໄດ້​ເຊັນ​ສັນ​ຍາຫຼື​ບັນ​ລຸ​ຄວາມເຫັນ​ທີ່ເປັນ​ເອ​ກະ​ພາບ​ກັນ​ກັບ 16 ປະ​ເທດ​ອາ​ຟ​ຣິ​ກາ​ກ່ຽວ​ກັບ​ການ​ເລື່ອນ​ເວ​ລາ​​ໄຊ້​ໜີ້​. ຈີນ​ຍັງ​ໄດ້​ຍົກ​ເວັ້ນ​ໜີ້​ສິນ​ເງິນ​ກູ້​ປອດດອກ​ເບັ້ຍ​ທີ່​ຈະ​ຮອດ​ເວ​ລາ​ສົ່ງ​ຄືນ​ໃນປີ2020ໃຫ້​ກັບ 15 ປະ​ເທດ​ອາ​ຟ​ຣິກ​ກາ ເຊິ່ງນອນ​ຢູ່​ໃນ​ຂອບ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິກ​ກາ.

​ສຸດ​ທ້າຍ, ທ່ານ​ວ່າງ​ເວີນ​ປິ່ນ​ຊີ້​ໃຫ້​ເຫັນວ່າ: ບັນ​ຫາ​ໜີ້​ສິນ​ຂອງ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາເປັນ​ບັນ​ຫາ​ທີ່​ມີ​ມາ​ແຕ່​ດົນ​ແລ້ວ ທັງ​ມີ​ສາ​ເຫດ​ອັນ​ສະຫຼັບ​ສັບ​ຊ້ອນ. ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ກໍ​ຄື​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ປະ​ເທດ​ເຫຼົ່າ​ນີ້​ໃຫ້​ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາຕົນ​ເອງ ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ໃຫ້ຫຼາຍກວ່າ​ເກົ່າ.