ຊີວິດການເປັນຢູ່ທີ່ດີຂອງປະຊາຊົນໃນເຂດຊິນຈຽງ

2021-02-25 16:02:53 |ມາຈາກ:

ໃນ 5 ປີທີ່ຜ່ານມາ, ເຂດປົກຄອງຕົນເອງຊົນເຜົ່າວິວເອີຊິນຈຽງທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງເໜືອຂອງປະເທດຈີນ,ເສດຖະກິດມີການພັດທະນາ ຢ່າງຕໍ່ເນື່ອງ, ລະດັບຊີວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນຢ່າງຈະແຈ້ງ, ການຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຮັບໄຊຊະນະ, ແລະ ຮອຍຍິ້ມແຫ່ງ ຄວາມສຸກໄດ້ສະແດງອອກຜ່ານໃບໜ້າຂອງປະຊາຊົນ. ໂດຍຜ່ານຫຼາຍຮູບພາບເຫຼົ່ານີ້, ມາເບິ່ງຊີວິດການເປັນຢູ່ທີ່ດີຂອງປະຊາຊົນບັນດາເຜົ່າຢູ່ເຂດຊິນຈຽງ.

ນາງ ລູຊຽນກູລີ້ ອູຊີມານ ຈາກບ້ານໂປຢີລາ ຕາແສງອູດາລີເຄີ ເມືອງຊາເຈີ ເຂດຄາຊີຊິນຈຽງ, ລາວເຮັດວຽກຢູ່ໃນໂຮງງານຜະລິດເຄື່ອງນຸ່ງ. ວິສາຫະກິດຜະລິດເຄື່ອງນຸ່ງນີ້ໄດ້ຄັດເລືອກເອົາຊາວບ້ານໃນທ້ອງຖິ່ນຫຼາຍກວ່າ 100 ຄົນ, ເຊິ່ງ ຊາວບ້ານຫຼາຍຄົົນຍັງເປັນຄອບຄົວທຸກຍາກ, ຄືກັນກັບນາງ ລູຊຽນກູລີ້ ອູຊີມານ, ຊາວບ້ານເຫລົ່ານີ້ໄດ້ເຂົ້າເຮັດວຽກໃນໂຮງງານຜະລິດ, ແລະ ໄດ້ກາຍເປັນກຳມະກອນໃນຂະແໜງການ.

ທ້າວ ດູເລີຍ ຈາເອີມານ ຄົນລ້ຽງສັດ ໃຊ້ຊີວິດຢູ່ຕາແສງດາທອງ ເມືອງປົກຄອງຕົນເອງຊົນເຜົ່າຖາຈີເຄີຖາຊີຄູເອີການ ເຂດຊິນຈຽງ, ຫລັງຈາກທີ່ລາວໄດ້ຍ້າຍໄປຢູ່ບ່ອນຈັດສັນເພື່ອແກ້ໄຂຄວາມທຸກຍາກ, ຕອນນີ້ລາວກຳລັງລົມກັບເພື່ອນບ້ານ, ແລະ ຫວ່ານເມັດຫຍ້າຢູ່ເດີ່ນບ້ານ ຂອງຕົນເອງ.

ນາງ ເຫີນີນາ ນັກສະແດງລະຄອນງິ້ວ ຊາວຫນຸ່ມຊົນເຜົ່າຄາຊັກ ຈາກເມືອງອູລູມູນຊີ, ນາງກຳລັງສະແດງລະຄອນງິ້ວຕໍ່ນັກຮຽນຂອງໂຮງຮຽນປະຖົມທີເກົ້າເມືອງອູລູມູນຊີ.

ທ້າວ ມາຍມາຍຈ່ຽງ ອາຍນີ ,ລາວເກີດຢູ່ບ້ານຫາດາດົນ ຕາແສງກູລືປາເກີ ເມືອງເວຍລີ ກິ່ງແຂວງປົກຄອງຕົນເອງຊົນເຜົ່າມົງໂກນປາຢີນໂກເລີນເຂດຊິນຈຽງ, ລາວເປັນຜູ້ທີ່ມີຄວາມຊໍານິຊໍານານໃນການຈັບ ກະປູ, ໂດຍຜ່ານຈັບ ກະປູ, ຊີວິດຂອງລາວ ນັບມື້ນັບ ຮັ່ງມີຂຶ້ນ.

ນາງ ຖູທີກູລີ ດາອູທີ ຊາວບ້ານທີ່ດຳລົງຊີວິດຢູ່ບ້ານຢີງນາຍເຄີສີ ຕາແສງຢີງອູຊີທາງ ເມືອງເຄີຊີ ເຂດຊິນຈຽງ,ໂດຍຜ່ານການລ້ຽງນົກກາງແກ ນາງໄດ້ສຳເລັດການຫຼຸດພົ້ນອອກຈາກຄວາມທຸກຍາກ.

ນາງ ວາງລີນ ສາວຊິນຈຽງ, ລາວສ້າງເວທີປະດິດສ້າງວັດທະນະທຳ ທີ່ມີຊື່ວ່າ “ຫໍແມວ”. ໂດຍຜ່ານເວທີນີ້, ນາງໄດ້ເຕົ້າໂຮມຊາວໜຸ່ມຫຼາຍຄົນທີ່ສົນໃຈໃນການປະດິດສ້າງວັດທະນະທຳ, ເພື່ອເລີ່ມຕົ້ນສ້າງທຸລະກິດ ແລະ ການພັດທະນາຮ່ວມກັນ.

ໃນສະຫະກອນອາຊີບ ກະສິກອນໄວໜຸ່ມ ຫານອາຍລືເຄີ ຢູ່ເມືອງເຫີຖຽນຊິນຈຽງ, ຊາວກະສິກອນກຳລັງສະແດງການເກັບກ່ຽວໝາກມັນຫໍ້,ແລະ ການຄັດເລືອກໝາກມັນຫໍ້.

ນາງ ນາຄາເອີ ນາຈາທີ, ຜູ້ຖ່າຍທອດສົດອາຫານອອນໄລນ໌ຂອງເຂດຊີນຈຽງ, ລາວກໍາລັງປຶກສາຫາລືແຜນການ ກ່ຽວກັບການຕັດຕໍ່ວິດີໂອສັ້ນກ່ຽວກັບອາຫານ ກັບສະມາຊິກໃນທີມຂອງລາວ.

ທ້າວ ຢີລາງ ນັກສິລະປະພື້ນເມືອງຂອງຊົນເຜົ່າດາຫານເອີ,ລາວກຳລັງສະແດງຢູ່ເຮືອນຂອງແມ່ເມີຍລານ ທີ່ຕັ້ງຢູ່ເມືອງຊົນເຜົ່າດາຫານເອີດາຊີເອີເມືອງຖາເຊິງຊີນຈຽງ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ວັງເຟ ຫູຮູູຮູ,ຈາວເກີ ດິງເລີຍ ຊາດາຖີ