ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອັງ​ກິດ​ສວຍ​ໃຊ້​ເວ​ທີ​ສະ​ພາ​ສິດ​ທິ​ມະ​ນຸດ​ສ​ປ​ຊ​​ເພື່ອໃ​ສ່​ຮ້າຍ​ປ້າຍ​ສີ​ຈີນ

2021-02-25 18:13:22 |ມາຈາກ: CRI

ທ່ານວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກຸມ​ພາ​ນີ້​ວ່າ: ອັງ​ກິດ​ໄດ້​​ສວຍໃຊ້​ເວ​ທີ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຕາມ​ລຳ​ພັງ​ໃຈ ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ປອມ, ໃສ່​ຮ້າຍ​ປ້າຍ​ສີ​ຈີນ, ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຕໍ່​ກັບ​ເລື່ອງ​ນີ້, ຈີນ​ໄດ້​ເດັດ​ດ່ຽວ​ຄັດ​ຄ້ານ​ແລະ​ປະ​ຕິ​ເສດ​ທັງ​ໝົດ.

ຕາມ​ຂ່າວ​ແຈ້ງວ່າ: ທ່ານ​ໂດ​ມີ​ນິກ ຣາບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ໄດ້​ກ່າວ​ຕຳ​ໜິ​ຈີນ​ໃນ​ບັນ​ຫາ​ກ່ຽວ​ກັບ​ເຂດ​ຊິນ​ຈ່ຽງ, ຮົງ​ກົງ​ແລະ​ຕິ​ເບດ​ຢູ່​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ຄັ້ງ​ທີ 46. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ວ່າງ​ເວີນ​ປິ່ນໄດ້​ຊີ້​ອອກວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ມີ​ນັກ​ການ​ທູດ,ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ນັກ​ຂ່າວ, ບຸກ​ຄົນ​​ໃນວົງ​ການ​ສາ​ສະ​ໜາ​ແລະ​ບຸກ​ຄົນ​ອື່ນໆທັງ​ໝົດ 1200 ກວ່າ​ທ່ານ​ຈາກ 100 ກວ່າ​ປະ​ເທດ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຊິ່​ນ​ຈ່ຽງ​ຕາມ​ຄຳ​ເຊີນ, ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ຕົວ​ຈິງ​ກ່ຽວ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ເຂດ​ຊິ່ນ​ຈ່ຽງ, ໂດຍ​ເຫັນ​ວ່າ ສິ່​ງ​ທີ່​ຕົນ​ໄດ້​ຮູ້​ໄດ້​ເຫັນ​ນັ້ນ​ຕ່າງ​ກັນ​ກັບ​ການ​ລາຍ​ງານ​ຂ່າວ​ຂອງ​ສື່​ຕາ​ເວັນ​ຕົກ​ທັງ​ໝົດ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ບຸກ​ຄົນ​ບັນ​ດາ​ປະ​ເທດ​ເດີນ​ທາງ​​ຢ້ຽມ​ຢາມ​ຊິ່ນ​ຊ່ຽງ​ເພື່ອ​ສຳ​ຜັດ​ດ້ວຍ​ຕົນ​ເອງ​ກ່ຽວ​ກັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະການ​ພັດ​ທະ​ນາຊິ່ນ​ຈ່ຽງ​ກໍ​ຄື​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນຊິ່ນຈ່ຽງ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ຕື່ມ​ວ່າ: ອັງ​ກິດ​ໄດ້​ຫັນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ໃຫ້​ເປັນ​ບັນ​ຫາ​ການ​ເມືອງ​ແລະ​ປະ​ຕິ​ບັດ 2 ​ມາດ​ຕະ​ຖານ​, ແຊກ​ແຊງ​ວຽກ​ງ​ພານ​ພາຍ​ໃນ​ແລະ​ເພີ່ມ​ຄວາມ​ກົດ​ດັນ​ໃຫ້​ປະ​ເທດ​ອື່ນ,ກົງ​ກັນ​ຂ້າມ ພັດ​ເສີຍເມີຍ​ໂດຍ​ບໍ່​ເອົາ​ຫົວ​ຊາ​ຕໍ່​ບັນ​ຫາ​ສິດ​ທິ​ມະ​ນຸດ​ອັນ​ໜັກ​ໜ່ວງ​ທີ່​ມີ​ຢູ່​ໃນ​ປະ​ເທດ​ຕົນ. ເດັກ​ນ້ອຍ​ອັງ​ກິດຫຼາຍ​ລ້ານ​ຄົນ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ອຶດ​ຫິວ. ທະ​ຫານ​ອັງ​ກິດ​ເຂັ່ນ​ຂ້າ​ປະ​ຊາ​ຊົນ​ຜູ້​ບໍ​ລິ​ສຸດ​ ແລະ ​ທໍ​ລະ​ມານ​ປະ​ຊາ​ຊົນ​ຢ່າງ​ໂຫດ​ຮ້າຍ​ຢູ່ອີ​ຣັກ, ອັ​ຟ​ກາ​ນີ​ສະ​ຖານ​ແລະ​ປະ​ເທດ​ອື່ນໆ. ຢູ່​ອັງ​ກິດ​ມີ​ປາ​ກົດ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ,​ບໍ່​ຍອມ​ຮັບ​ເຊື້ອ​ຊາດ​ອື່ນ ແລະ​ເກີດ​ມີ​ຖ້ອຍ​ຄຳ​ທີ່​ສ້າງ​ຄວາມ​ຄຽດ​ຊັງ​ກັ​ນ​ຢ່າງກວ້າງ​ຂວາງ, ສິດ​ທິ​ຂອງ​ຊາວ​ອົບ​ພະ​ຍົບ​ຖືກ​ລ່ວງ​ລະ​ເມີດ​ຢ່າງ​ໜັກ​ໜ່ວງ. ຈີນ​ເລັ່ງ​ທວງ​ໃຫ້​ອັງ​ກິດ​ຈົ່ງ​ໃຊ້​ມາດ​ຕະ​ການ​ຕົວ​ຈິງ​ເພື່ອ​ປັບ​ປຸງ​ສະ​ພາບ​ສິດ​ທິ​ມະ​ນຸດ​ພາຍ​ໃນປະ​ເທດ​ຕົນ​ໃຫ້​ດີ​ຂຶ້ນ, ​ມີ​ການກະ​ທຳ​ຕົວ​ຈິງ​ເພື່ອ​ສົ່ງ​ເສີມວຽກ​ງານ​ສິດ​ທິ​ມະ​ນຸດ​ສາ​ກົນ​ໃຫ້​ພັດ​ທະ​ນາຢ່າງ​ປອດ​ໃສ​ຢ່າງ​ແທ້​ຈິງ.