ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ພັ​ດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈ​ະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່ຂອງ​ປະ​ຊາ​ຊາດ​ຈີນ, ຕ້ອງ​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ຮັ່ງ​ມີ​ຂຶ້ນ

2021-02-25 18:14:08 |ມາຈາກ: CRI

ວັນ​ທີ 25 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວວ່າ, ການ​ພັ​ດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ ແມ່ນ​ໜ້າ​ທີ່​ສຳ​ຄັນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈ​ະ​ເລີນ​ຮຸ່ງ​ເຮືອງ​ອັ​ນ​ຍິ່ງ​ໃຫຍ່ຂອງ​ປະ​ຊາ​ຊາດ​ຈີນ. ຕ້ອງ​ເຮັດ​ໃຫ້​ການ​ປັບ​ປຸງ ແລະ​ເສີມ​ຂະ​ຫຍາຍ​ຜົນ​ງານ​​ການລຶບ​ລ້າງ​ຄວາມ​ທຸກ​ຍາກ​ເຊື່ອມ​ຈອດ​ກັບ ການ​ພັ​ດ​ທະ​ນາ​ຊົນ​ນະ​ບົດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເຮັດ​ໃຫ້​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ມີ​ພື້ນ​ຖານ​ທີ່​ໜັກ​ແໜ້ນກວ່າ​ເກົ່າ ແລະ​ມີ​ປະ​ສິດ​ທິ​ຜົນ​ທີ່​ຍືນ​ຍົງ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງຫຼຸດ​ຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ພັດ​ທະ​ນາ​ລະ​ຫວ່າງ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ຢ່າງ​ຕໍ່​ເນື່ອງ, ເຮັ​ດ​ໃຫ້​ປະ​ຊາ​ຊົນ​ທີ່​ມີ​ລາຍ​ຮັບ​ຕ່ຳ ແລະ ເຂດ​ດ້ອຍ​ພັດ​ທະ​ນາ​ສາ​ມາດ​ຊົມ​ໃຊ້​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ຕ້ອງ​ຊຸກ​ຍູ້​ໃຫ້​ຊົນ​ນະ​ບົດ​ມີ​ເງື່ອນ​ໄຂສະ​ດວກ​ທີ່​ເປັນ​ຕາ​ໜ້າ​ຢູ່ ແລະປະ​ກອບ​ອາ​ຊີບ, ຊາວ​ກະ​ສິ​ກອນ​ມີ​ຄວາມ​ຮັ່ງ​ມີ​ຂຶ້ນ. ໃນ​ຂະ​ບວນ​ການ​ໃໝ່​ທີ່​ຊຸກ​ຍູ້​ການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ​ນັ້ນ, ຕ້ອງ​ຈັດ​ເອົາ​ການ​ຊຸກ​ຍູ້​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ​ຂອງ​​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າໄວ້​ຢູ່​ນະ​ຖາ​ນະ​ສຳ​ຄັນ​ກວ່າ​ເກົ່າ.