ຈີນ​ໄດ້​ຍາດ​ເອົາ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ​ຂອງ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ

2021-02-25 18:14:46 |ມາຈາກ: CRI

ພິ​ທີສະຫຼຸບຜົນ​ງານ,​ຍ້ອງ​ຍໍ​ບຸກ​ຄົນ​ແລະໜ່ວຍ​ງານ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ບັ້ນລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໃນທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 25 ກຸມ​ພາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ມອບ​ຫຼຽນ​ໄຊ, ໃບ​ຍ້ອງ​ຍໍ​ໃຫ້​ຜູ້​ທີ່​ໄດ້​ຮັບ​ນາມ​ມະ​ຍົດ​ຜູ້​ເປັນແບບ​ຢ່າງ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທົ່ວ​ປະ​ເທດ ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກາດ​ຢ່າງ​ໜັກ​ແໜ້ນ​ວ່າ ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​, ເນື່ອ​ງ​ໃນ​ໂອ​ກາດ​ປີ​ສຳ​ຄັນ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ກໍ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ​ແລ້ວ.