ທ່ານ​ສີ​ຈິ້ນ​ຜິງ ​ໄດ້​ມອບ​ຫຼຽນ​ໄຊ, ໃບ​ຍ້ອງ​ຍໍ​ໃຫ້ແກ່ ທ່ານນາງ ຈາງກຸຍເມີຍ ​ທີ່​ໄດ້​ຮັບ​ນາມ​ມະ​ຍົດວ່າ ​ຜູ້​ເປັນແບບ​ຢ່າງ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທົ່ວ​ປະ​ເທດ

2021-02-26 17:44:02 |ມາຈາກ:

ໃນວັນ​ທີ 25 ກຸມ​ພາ, ພິ​ທີສະຫຼຸບຜົນ​ງານ, ​ຍ້ອງ​ຍໍ​ບຸກ​ຄົນ ​ແລະ ໜ່ວຍ​ງານ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ບັ້ນລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໃນທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ມອບ​ຫຼຽນ​ໄຊ, ໃບ​ຍ້ອງ​ຍໍ​ໃຫ້ທ່ານນາງ ຈາງກຸຍເມີຍ ຜູ້ອໍານວຍການໃຫຍ່ຂອງໂຮງຮຽນມັດທະຍົມປາຍແມ່ຍິງ ເມືອງຫົວຜິງ, ​ທີ່​ໄດ້​ຮັບ​ນາມ​ມະ​ຍົດວ່າ ຜູ້​ເປັນແບບ​ຢ່າງ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທົ່ວ​ປະ​ເທດ.

ທ່ານນາງ ຈາງກຸຍເມີຍ,ອາຍຸ 63 ປີ, ໄດ້ເຮັດວຽກດ້ານການສຶກສາ ຢູ່ເມືອງລີຈ່ຽງ ແຂວງຢຸນນານ ປະເທດຈີນ ເປັນເວລາຫຼາຍກວ່າ 40 ປີແລ້ວ.

ໃນເດືອນ ຕຸລາ ປີ 1974, ທ່ານນາງ ຈາງກຸຍເມີຍ ໄດ້ຈາກບ້ານເກີດຂອງລາວຢູ່ແຂວງ ເຮີຍຫຼົງຈ່ຽງ (ພາກເໜືອທີ່ສຸດຂອງປະເທດຈີນ) ມາ ແຂວງຢຸນນານ (ພາກຕາເວັນຕົກສ່ຽງໃຕ້ຂອງຈີນ) ເພື່ອສະໜັບສະໜູນການກໍ່ສ້າງດ້ານການສຶກສາຂອງແຂວງຢຸນນານ. ໃນເວລານັ້ນຢູ່ແຂວງຢຸນນານ, ຜູ້ຍິງຫຼາຍຄົນຈາກຄອບຄົວທຸກຍາກຖືກບັງຄັບໃຫ້ແຕ່ງງານກ່ອນໄວຮຽນ, ສຳລັບພວກເຂົາການສຶກສາແມ່ນຄວາມໄຝ່ຝັນທີ່ຫ່າງໄກ. ທ່ານນາງ ຈາງກຸຍເມີຍ ຕ້ອງການໃຫ້ແມ່ຍິງເຫຼົ່ານີ້ທີ່ມີຊີວິດຢູ່ພູເຂົາກໍ່ສາມາດໄດ້ເຂົ້າຮຽນ ແລະ ເຫັນໂລກກວ້າງ. ນາງເຊື່ອວ່າ, ມີພຽງແຕ່ຜ່ານການສຶກສາເທົ່ານັ້ນ ຈິ່ງສາມາດປ່ຽນແປງໂຊກຊະຕາຂອງເດັກນ້ອຍ. ດັ່ງນັ້ນ, ນາງມີຄວາມຄິດທີ່ຈະ ກໍ່ສ້າງໂຮງຮຽນມັດທະຍົມແມ່ຍິງໂດຍບໍ່ເສຍຄ່າຮຽນ.

ທ່ານນາງ ຈາງກຸຍເມີຍ ເລີ່ມລະດົມເງິນບໍລິຈາກ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ, ອໍານາດການປົກຄອງທຸກຂັ້ນ ແລະທຸກວົງການໃນສັງຄົມ, ໂຮງຮຽນມັດທະຍົມຕອນປາຍສຳລັບແມ່ຍິງແບບບໍ່ເສຍຄ່າຮຽນ ແຫ່ງທຳອິດຂອງຈີນໄດ້ຖືກສ້າງຂຶ້ນໃນເມືອງຫົວຜິງ ແຂວງຢຸນນານ ໃນປີ 2008. ໃນໄລຍະ 12 ປີ, ທ່ານນາງ ຈາງກຸຍເມີຍ ໄດ້ຊ່ວຍໃຫ້ແມ່ຍິງຜູ້ທຸກຍາກ 1,804 ຄົນທີ່ອາດຈະອອກໂຮງຮຽນ ໄດ້ມີໂອກາດເຂົ້າມະຫາວິທະຍາໄລ! ຫຼັງຈາກຮຽນຈົບ, ນັກຮຽນສ່ວນໃຫຍ່ເຫຼົ່ານີ້ໄດ້ເລືອກເອົາອາຊີບເຊັ່ນເປັນຄູອາຈານ, ແພດ, ຕຳຫຼວດ... ພວກເຂົາເວົ້າວ່າ,ທ່ານນາງ ຈາງກຸຍເມີຍ ໄດ້ປ່ຽນແປງຊີວິດຂອງພວກເຂົາ.