ຊີວິດ ໜຶ່ງປີຂອງ ຄົວເຮືອນທຸກຍາກ ທ້າວ ຈາງຈິງເຈີ

2021-03-02 16:56:17 |ມາຈາກ:

ທ້າວ ຈາງຈິງເຈີ ຊາວນາຊົນເຜົ່າມົ້ງ, ມີອາຍຸ 35 ປີ, ອາໄສຢູ່ບ້ານຊີມ້າທາງ ເມືອງປົກຄອງຕົນເອງຊົນເຜົ່າຢີ້ຊົນເຜ່ົ່າມົ້ງລູຊຽນ ແຂວງຢຸນນານ. ປີ 2013, ຄອບຄົວຂອງທ້າວ ຈາງຈິງເຈີ ໄດ້ຖືກກຳນົດວ່າເປັນຄອບຄົວທຸກຍາກ.

ໃນຊຸມປີມໍ່ໆມານີ້, ໂດຍໄດ້ຮັບການສະໜັບສະໜູນ ແລະ ການຊ່ວຍເຫຼືອຕ່າງໆຈາກນະໂຍບາຍຂອງລັດຖະບານ, ຊີວິດການເປັນຢູ່ຂອງຄອບຄົວຂອງລາວນັບມື້ນັບດີຂຶ້ນ. ລາວລ້ຽງງົວ, ໝູ, ແລະໄກ່, ລາວ ປູກຕົ້ນໄມ້ໝາກຫວ້າຢູ່ໄຮ່ນາ, ລາວກໍ່ຍັງອອກໄປເຮັດວຽກເສີມອີກດ້ວຍ. ຫລັງຈາກນັ້ນ, ຄອບຄົວລາວໄດ້ຍ້າຍອອກຈາກເຮືອນທີ່ເກົ່າ ແລະ ເພ, ແລະໄດ້ຍ້າຍເຂົ້າໄປຢູ່ໃນເຮືອນຫຼັງໃໝ່ທີ່ສ້າງໂດຍໂຄງການຍົກຍ້າຍຂອງລັດຖະບານ. ລາວຍັງຊື້ລົດໃໝ່ໜຶ່ງຄັນ. ໃນທ້າຍປີ 2017, ຄອບຄົວຂອງ ທ້າວ ຈາງຈິງເຈີ ໄດ້ບັນລຸຜົນສຳເລັດການຫຼຸດພົ້ນອອກຈາກຄວາມທຸກຍາກ.


ແຕ່ເດືອນມັງກອນປີ 2020 ຫາເດືອນທັນວາປີ 2020, ນັກຂ່າວໄດ້ໄປເຮືອນຂອງທ້າວ ຈາງຈິງເຈີ ທຸກໆເດືອນເພື່ອສຳພາດ ແລະ ຖ່າຍພາບ, ບັນທຶກຊີວິດຄອບຄົວຂອງລາວຫລັງຈາກທີ່ລາວ ຫຼຸດພົ້ນອອກຈາກຄວາມທຸກຍາກ. ທ້າວ ຈາງຈິງເຈີ ເວົ້າວ່າ: "ປີນີ້, ຄອບຄົວທຸກຄົນ ປອດໄພຢູ່ເຢັນເປັນສຸກ, ເດັກນ້ອຍເຕີບໃຫຍ່ມີສຸຂະພາບດີ, ແລະ ຊີວິດຢູ່ໃນເຮືອນໄດ້ຮັບການປັບປຸງ. " ປີໃຫມ່ນີ້, ພວກເຂົາຕ້ອງພະຍາຍາມໃຫ້ຫຼາຍຂຶ້ນ, ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບ ດີຂຶ້ນ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ວັງຊາງສານ,ຫູຊາວ,ຈ່ຽງເວີນເຢົາ,ຜາງມິງກວາງ,ໂຈວເລີຍ