ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນອອກ​ໄປ​ຮັບວັກ​ຊີນ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ຢູ່​ສະ​ໜາມ​ບິນດ້ວຍ​ຕົນ​ເອງ

2021-03-02 17:47:11 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 28 ກຸມ​ພາ​ແລ້ວ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ວັກ​ຊີນໂຄວິດ-19 ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ຊິ​ໂນ​ແວກ ທີ່​ຈີນ​ຊ່ວຍ​ເຫຼືອ​ຟິ​ລິບ​ປິນ​ນັ້ນ ໄດ້​ຂົນ​ສົ່ງ​ໄປ​ຮອດຖານ​ທັບ​​ອາ​ກາດ ວິວ​ລາ​ໂມ ທີ່​ຕັ້ງ​ຢູ່​ນະ​ຄອນຫຼວງ​ມາ​ນີ​ລາ, ນີ້​ແມ່ນ​ວັກ​ຊີນ​ໂຄວິດ-19 ງວດ​ທຳ​ອິດ​ທີ່​ຟິ​ລິບ​ປິນ​ໄດ້​ຮັບ. ທ່ານ​​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ​ແລະ​ທ່ານ​ຮວງ​ຊີ່​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຟິ​ລິບ​ປິນ​ໄດ້​ອອກ​ໄປ​​ຮັບ​ວັກ​ຊີນຢູ່​ສະ​ໜາມ​ບິນ. ນອກ​ຈາກວັກ​ຊີນ​ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ລັດ​ຖະ​ບານ​ຟິ​ລິບ​ປິນ​ແລ້ວ, ວັກ​ຊີນ​ທີ່ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຊ່ວຍ​ເຫຼືອ​ຝ່າຍ​ທະ​ຫານ​ຟິ​ລິບ​ປິນ​ກໍ່​ໄດ້​ຂົນ​ສົ່ງ​ໄປ​ຮອດ​ຟິ​ລິບ​ປິນ​ໃນ​ເວ​ລາ​ດຽວ​ກັນ.

ທ່ານ​​ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ໄດ້​ສະ​ແດງ​ຄວາມ​​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການຊ່ວຍ​ເຫຼືອ​ວັກ​ຊີນ​​ແກ່​ຟິ​ລິບ​ປິນ, ໂດຍ​ເຫັນ​ວ່າ: ວັກ​ຊີນງວດ​ນີ້​ກໍ​ເປັນ​ບາດ​ກ້າວ​ໜຶ່ງ​ທີ່​ຊ່ວຍ​ໃຫ້ຟິ​ລິບ​ປິນ​ສາ​ມາດ​ເອົາ​ຊະ​ນະ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ພ້ອມ​ກັນ​ນັ້ນ, ທ່ານ​​ດູ​ເຕີ​ເຕ ຍັງ​ກ່າວ​ວ່າ: ຖ້າ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາ​ມາດ​ສິ້ນ​ສຸດ​ລົງ​ພາຍ​ໃນ​ປີ​ນີ້, ທ່ານ​ຈະ​ເດີນ​ທາງໄປ​ຢ້ຽມ​ຢາມ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຈີນ​ດ້ວຍ​ຕົນ​ເອງ.