ປະ​ທາ​ນາ​ທິ​ບໍ​ດີ​ຊີມ​ບາ​ເວ: ວັກ​ຊີນ​ທີ່​ຈີນ​ຊ່ວຍ​ເຫຼືອ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ຊີມ​ບາ​ເວ​ໃນ​ການ​ສ້າງ​ພູມ​ຄຸ້ມ​ກັນ​ທົ່ວ​ປວງ​ຊົນ

2021-03-02 17:47:46 |ມາຈາກ:

ວັນ​ທີ 1 ມີ​ນານີ້, ທ່ານ​ເອມ​ເມີ​ຊັນ ແມນ​ນັນ​ກາ​ກົວ ປະ​ທາ​ນາ​ທິ​ບໍ​ດີ​ຊີມ​ບາ​ເວ​ໄດ້​ກ່າວ​ຄຳ​ປາ​ໄສຜ່ານ​ທາງ​ໂທ​ລະ​ພາບວ່າ: ວັກ​ຊີນ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ໃຫ້​ນັ້ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ຊ່ວຍ​ຊີມ​ບາ​ເວ​ສ້າງ​ພູມ​ຄຸ້ມ​ກັນ​ທົ່ວ​ປວງ​ຊົນ​ໂດຍ​ດ່ວນ.

ວັກ​ຊີນ​ໂຄວິດ-19 ທີ່​ຜະ​ລິດ​ໂດຍ​ກຸ່ມ​ບໍ​ລິ​ສັດ​ຊີ​ໂນ​ຟາມ​ທີ່​ຈີນ​ຊ່ວຍ​ເຫຼືອ​ຊີມ​ບາ​ເວງວດ​ທຳ​ອິດ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ຊີມ​ບາ​ເວ​ໃນ​ວັນ​ທີ 15 ກຸມ​ພາ​ແລ້ວນີ້, ນີ້​ແມ່ນ​ວັກ​ຊີນ​ໂຄວິດ-19 ງວດ​ທຳ​ອິດ​ທີ່​ຊີມ​ບາ​ເວ​ໄດ້​ຮັບຈາກ​ຕ່າງ​ປະ​ເທດ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ເອມ​ເມີ​ຊັນ ແມນ​ນັນ​ກາ​ກົວຍັງ​ປະ​ກາດ​ວ່າ: ຍ້ອນ​ວ່າ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຢູ່​ຊີມ​ບາ​ເວ​ໄດ້​ມີ​ທ່ວງ​ທ່າ​ດີ​ຂຶ້ນ, ສະ​ນັ້ນ, ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ມີ​ການ​ຟື້ນ​ຕົວ​ແລະ​ການ​ປະ​ກອບ​ອາ​ຊີບ​ເພີ່ມ​ຂຶ້ນ, ລັດ​ຖະ​ບານ​ຊີມ​ບາ​ເວ​ຕົກ​ລົງ​ຈະ​ຜ່ອນ​ຍານ​ມາດ​ຕະ​ການ​ປິດ​ເມືອງ​ທີ່​ໄດ້ປະ​ຕິ​ບັດຢູ່​ໃນ​ປະ​ຈຸ​ບັນ​ຢ່າງ​ເໝາະ​ສົມ. ໃນ​ຂະ​ນະ​ທີ່​ຮັບ​ປະ​ກັນ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ພາກ​ສ່ວນ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ຈະ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ທຸ​ລະ​ກິດ; ເວ​ລາຂອງ​ການ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນຈະ​ເພີ່ມ​ຂຶ້ນຕື່ມ​ອີກ; ການຟື້ນ​ຟູ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ເມືອງ​ຕ່າງໆ; ການເປີດ​ໂຮງ​ຮຽນ​ກໍ​ໄດ້​ດຳ​ເນີນ​ເປັນ​ກ້າວໆ.​​