ຈີນ​ຈະ​ຄາດ​ວ່າ​ເມື່ອ​ຮອດ​ປີ 2035 ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​​ສັງ​ລວມ​ແຫ່ງ​ຊາດຈະ​ມີ​ປະ​ມານ 7 ແສນ​ກິ​ໂລ​ແມັດ

2021-03-02 17:48:25 |ມາຈາກ: CRI

ຕາມ​ຂ່າວCRI:ວັນ​ທີ 1 ມີ​ນາ​ນີ້, ທ່ານ​ຫຼີ ສຽວ ເພີງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄົມ​ມະ​ນາ​ຄົມ​ແລະ​ຂົນ​ສົ່ງ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍຫ້ອງ​ຖະ​ແຫຼງ​ຂ່າວຂອງ​ລັດ​ຖະ​ບານ​ຈີນວ່າ: ຄາດ​ຄະ​ເນ​ວ່າ​ເມື່ອ​ຮອດປີ 2035, ຂະ​ໜາດ​ຕາ​ໜ່າງ​ ​ສັ​ງ​ລວມ​ແຫ່ງ​ຊາດ​ຈີນ​ຈະ​ບັນ​ລຸປະ​ມານ 7 ແສນກິ​ໂລ​ແມັດ​, ໃນ​ນັ້ນ​ມີ​ທາງ​ລົດ​ໄຟປະ​ມານ 2 ແສນກິ​ໂລ​ແມັດ, ທາງ​ເຮືອລະ​ດັບ​ສູງປະ​ມານ 2 ໝື່ນ 5 ພັນ​ກິ​ໂລ​ແມັດ, ສະ​ໜາມ​ບິນ​​ພົນ​ລະ​ເຮືອນປະ​ມານ 400 ແຫ່ງ. ພ້ອມ​ກັນ​ນີ້, ຈີນ​ຍັງ​ຈະ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ເຂດ​ຈຸດ​ສຸມ​ດ້ານຄົມ​ມະ​ນາ​ຄົມ, ປັບ​ປຸງ​ຕາ​ໜ່າງ​ການ​ຂົນ​ສົ່ງ​ທີ່​ມຸ່ງໜ້າ​ສູ່​ທົ່ວ​ໂລກໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ອີກ.

ປັດ​ຈຸ​ບັນ​ນີ້, ​ພະ​ຍາດ​ໂຄວິດ-19 ຍັງ​ພວມ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ສະ​ພາບ​ພະ​ຍາດ​ໄດ້​ເປັນ​ສິ່ງ​ທັກ​ທາຍ​ທີ່​ຂ້ຽວ​ຂາດ​ຕໍ່​ການ​ຈໍ​ລະ​ຈອນ​ສາ​ກົນ​ແລະ​ຕໍ່​ລະ​ບົບ​ຕ່ອງ​ໂສ້​ການ​ສະ​ໜອງ. ທ່ານ​ຫຼີ​ສຽວ​ເພີງ​ກ່າວ​ວ່າ, ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງຂອງ​ສາ​ກົນ, ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ການເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ຈີນ-ເອີ​ຣົບ​ແລະ​ມາດ​ຕະ​ການຕ່າງໆ, ເພື່ອ​ຮັບ​ປະ​ກັນ​ໃຫ້ຕ່ອງ​ໂສ້​ການ​ສະ​ໜອງມີ​ຄວາມ​ສະ​ດວກ.