ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13 ຈະໄຂຂຶ້ນໃນຕອນບ່າຍວັນທີ 4 ມີນານີ້

2021-03-03 18:41:18 |ມາຈາກ: CRI

ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວກ່ຽວ​ກັ​ບກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່​າຍວັນ​ທີ 3 ມີ​ນາ​ນີ້. ທ່ານ​ກົ່ວ​ເວີ້ຍ​ມິນ, ໂຄ​ສົກກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ຄັ້ງ​ນີ້​ໄດ້​ແນະ​ນຳ​ກ່ຽວ​ກັບ​ລາຍລະ​ອຽດ​ຂອງກອງ​ປະ​ຊຸມ ພ້ອມ​ທັງ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ.

ທ່ານກົ່ວ​ເວີ້ຍ​ມິນ​ເຜີຍ​ໃຫ້​ຮູ້​ວ່າ, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ຈ​ະ​ໄຂ​ຂຶ້ນ​ໃນ​​ເວ​ລາ 15 ໂມງ​ຂອງວັນ​ທີ 4 ມີ​ນາ​ນີ້ ຢູ່​ທີ່​ຫໍ​ສະ​ພາ​ປ​ະ​ຊາ​ຊົນ​ແຫ່ງ​ຊາດຈີນ ແລະ​ຈະ​ອັດ​ລົງ​ໃນ​ຕອນ​ບ່​າຍ​ວັນ​ທີ 10 ມີ​ນາ​ນີ້.