ໃນໄລຍະປະຕິບັດ “ແຜນການ 5 ປີຄັ້ງທີ 13” ທາງຫຼວງຢູ່ເຂດຕິເບດຂອງຈີນມີລວງຍາວທັງໝົດເກືອບ 120.000 ກິໂລແມັດ

2021-03-04 20:29:00 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ວຽກ​ງານ​ຄົມ​ມະ​ນາ​ຄົມ​ແລະ​ຂົນ​ສົ່ງ​ເຂດ​ຕິ​ເບດ​ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 3 ມີ​ນາ​ນີ້, ທ່ານ​ສູ​ເວີນ​ສຽງ, ຫົວ​ໜ້າ​ພະ​ແນກ​ຄົມ​ມະ​ນາ​ຄົມ​ແລະ​ຂົນ​ສົ່ງ​ເຂດ​ຕິ​ເບດ​ແນະ​ນຳ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ປະ​ຕິ​ບັດ“ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 13”, ທາງຫຼວງ​ຢູ່​ເຂດ​ຕິ​ເບດ​ຂອງ​ຈີນ​​ມີ​ຄວາມຍາວ​ທັງ​ໝົດ​ 118.800 ກິ​ໂລ​ແມັດ ເຊິ່ງ​ໄດ້​ສ້າງ​ຜົນ​ງານ​ທີ່​ດີ​ເດັ່ນ​ຢູ່​ເທິງ​ພູ​ພຽງ ​ຄື​ທາງຫຼວງ​ໄດ້ເພີ່ມ​ຂຶ້ນ 8.100 ກິ​ໂລ​ແມັດ​ໂດຍ​ສະ​ເລ່ຍ​ຕໍ່​ປີ, ໄດ້​ຊ່ວຍ​ເຮັດ​ໃຫ້​​ຄົມ​ມະ​ນາ​ຄົມ​ທາງຫຼວງ​ໃນ​ເບື້ອງ​ຕົ້ນ​ມີ​ໂຄງ​ສ້າງ​ທີ່​ເໝ​າ​ສົ​ມ ແລະ​ມີ​ບົດ​ບາດ​ທີ່​ຄົບ​ຖ້ວນ, ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ​ທີ່​ຮ້າຍ​ແຮງ ແລະ​ກໍ​ລະ​ນີ​ສຸກ​ເສີນ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ.

ເມື່ອ​ຮອດ​ປີ 2025, ເຂດ​ຕິ​ເບ​ດ​ຈະ​ພ​ະ​ຍາ​ຍາມ​ເຮັດ​ໃຫ້​ທາງຫຼວງ​​ມີ​ຄວາມຍາວຫຼາຍກວ່າ 120.000 ກິ​ໂລ​ແມັດ ແລະ​ທາງ​ດ່ວນ​​ມີ​ລ​ວງ​ຍາວ​ທັງ​ໝົດຫຼາຍກວ່າ 1300 ກິ​ໂລ​ແມັດ, ​ຊ່ວຍ​ເຮັດ​ໃຫ້ລະ​ບົບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ສັງ​ລວ​ມ “ມີ​ຄວາມ​ສະ​ດວກ, ເຊື່ອຈ​ອດ​ກັນ, ຊົມ​ໃຊ້​ຮ່ວມ​ກັນ, ມີ​ການ​ຮັບປະ​ກັນ​ຢ່າງ​ເຂັ້ມ​ແຂງ”​ໂດຍ​ພື້ນ​ຖານ.