ໄຂກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13

2021-03-04 20:29:38 |ມາຈາກ: CRI

ຕອນ​ບ່​າຍ​ຂອງວັນ​ທີ 4 ມີ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ທ່າ​ນ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປ​ະ​ທານ​ປະ​ເທດ​ຈີນ ​ພ້ອມ​ດ້ວຍ​ຜູ້​ນຳ​​ພັກ ແລະ​ລັດ ທ່ານ​ອື່ນໆ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ.

ທ່ານ​ວ່າງ​ຢາງ, ປະ​ທານ​​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຜ່ານ​ບົດລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ນີ້ ໂດຍ​ໄດ້​ທົບ​ທວນ​ຄືນ​ວຽກ​ງານ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ໃນ​ປີ 2020 ແລະ​​ແຜນ​ການ​ວ​ຽກ​ງານ​ໃນ​ປີ 2021.

ກ​ອ​ງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 7 ວັນ. ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ທີ່​ມາ​ຈາກ​ພັກ​ຝ່າຍ​ຕ່າງໆ, ຊົນ​ເຜົ່າ ແລະ​ວົງ​ການ​ຕ່າງໆ ຈຳ​ນວນ 2100 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ໂດຍ​ຈະ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ບົດ​ລາຍງານ​ວຽກ​ງານ​​ຂອງຄະ​ນະ​ກໍ​າ​ມະ​ການ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ ແລະ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບການ​ຍື່ນຍັດ​ຕິ ແລະເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຮັບ​ຟັງ ແລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ, ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 14, ​ແຜນ​​ການ​ເປົ້າ​ໝາຍໄລ​ຍະ​ຍາວ​ປີ 2035 ສະ​ບັບ​ຮ່າງ.