ຄະນະກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດແຂວງຢຸນນານ ອອກເດີນທາງໄປປັກກິ່ງ ເພື່ອເຂົ້າຮວ່ມກອງປະຊຸມຄັ້ງທີ 4 ສະໄໝທີ 13 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດທົ່ວປະເທດຈີນ

2021-03-05 10:15:09 |ມາຈາກ:

ວັນ​ທີ 2 ມີ​ນາ, ​ຄະນະກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດແຂວງຢຸນນານ ອອກເດີນທາງຈາກຄຸນໝິງ, ໄປປັກກິ່ງເພື່ອເຂົ້າຮວ່ມກອງປະຊຸມຄັ້ງທີ 4 ສະໄໝທີ 13 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດທົ່ວປະເທດຈີນ.




ປີນີ້ແມ່ນປີຄົບຮອບ 100 ປີແຫ່ງການສ້າງຕັ້ງພັກກອມມູນິດຈີນ. ໃນປີພິເສດແລະໄລຍະເວລາພິເສດນີ້, ສະມາຊິກຄະນະກຳມະການແມ່ນເຕັມໄປດ້ວຍຄວາມຄາດຫວັງທີ່ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້, ພວກເພິ່ນກ່າວວ່າຈະປະຕິບັດໜ້າທີ່ຂອງຕົນຢ່າງຈິງຈັງ, ເລົ່າເລື່ອງຂອງແຂວງຢຸນນານໃຫ້ດີ, ແລະພະຍາຍາມຊຸກຍູ້ການພັດທະນາເສດຖະກິດ-ສັງຄົມທີ່ມີຄຸນນະພາບສູງຢູ່ແຂວງຢຸນນານ.


ມາຮອດວັນທີ 2 ມີນາ, ບັນດາສະມາຊິກຄະນະກຳມະການ ໄດ້ກະກຽມຂໍ້ສະເໜີເກືອບ 80 ຂໍ້, ກ່ຽວພັນເຖິງບັນດາດ້ານເຊັ່ນ: ການຟື້ນຟູເຂດຊົນນະບົດ, ການກໍ່ສ້າງພົນລະເຮືອນທາງນິເວດສິວີໄລ, ການປ້ອງກັນແລະການຄວບຄຸມການລະບາດຂອງພະຍາດ, ການເປີດກ້ວາງຕໍ່ຕ່າງປະເທດ ແລະການພັດທະນາຂະແໜງການ.

(ແຫຼ່ງຂໍ້ມູນ)ມາຈາກ: ໜັງສຶພິມລາຍວັນຢຸນນານ

ນັກຂ່າວ: ຈ່າງຊຽວຢີ ລີຊຽວໝິງ