(ກອງ​ປະ​ຊຸມ​ສອງ​ສະ​ພາ)ອົງການອຳນາດແຫ່ງ​ຊາດ​ທີ່​ສູງ​ສຸດຂອງຈີນຈັດກອງປະຊຸມປະຈຳປີ, ຊີ້ແຈ້ງທິດທາງການພັດທະນາຂອງຈີນໃນອະນາຄົດ

2021-03-05 10:15:53 |ມາຈາກ:

ວັນທີ 5 ມີນານີ້, ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປັກກິ່ງ. ທ່ານສີຈີ້ນຜິງ ປະ​ທານ​ປະ​ເທດ​ຈີນ ພ້ອມດ້ວຍຜູ້ນຳພັກ ລັດແລະຜູ້ແທນປະຊາຊົນທີ່ມາຈາກທົ່ວປະເທດຈີນເກືອບ 3000 ຄົນໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ.

ປີນີ້ແມ່ນປີທຳອິດແຫ່ງການປະຕິບັດ “ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14”, ຈີນຈະເລີ່ມຕົ້ນຂະບວນການໃໝ່ໃນການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ຕໍ່ໄປ​ຈີນຈະພັດທະນາແນວໃດ? ບັນ​ຫາ​ນີ້ໄດ້ຮັບຄວາມສົນໃຈເປັນພິເສດ.

ຕາມວາລະປະຊຸມ, ກອງປະຊຸມເທື່ອນີ້ຈະພິຈາລະນາບົດລາຍງານວຽກງານລັດຖະບານທີ່​ຜ່ານ​ໂດຍ​ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ພິຈາລະນາແລະກວດກາ “ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14” ແລະ​ແຜນ​ການເປົ້າໝາຍໄລຍະຍາວປີ 2035, ກຳນົດທິດທາງແລະຊ່ອງທາງພັດທະນາຂອງຈີນໃນອະນາຄົດ.