ເລີ່ມຕົ້ນລາຍການພິເສດກິດຈະກຳແລກປ່ຽນວັດທະນະທຳປີໃໝ່ຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

2021-03-05 17:25:00 |ມາຈາກ:

ກິດຈະກຳແລກປ່ຽນວັດທະນະທຳປີໃໝ່ຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ “ລະດູບານໃໝ່ອັນອົບອຸ່ນເທິງແມ່ນ້ຳສາຍນໍ້າດຽວກັນ, ຮ່ວມແບ່ງປັນຄວາມສຸກສີສັນຢຸນນານ” ທີ່ຈັດໂດຍຫ້ອງການຂ່າວສານຂອງອຳນາດການປົກຄອງປະຊາຊົນແຂວງຢຸນນານ ໄດ້ສະເໜີ ລາຍການພິເສດອອກ ໃນວັນທີ 26 ກຸມພາ 2021 ນີ້.

ລາຍການພິເສດ ນີ້ໂດຍອີງໃສ່ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເປັນສາຍເສັ້ນທາງເຊື່ອມຕໍ່, ໄດ້ຍ່າງເຂົ້າໄປໃນບ້ານຕ່າງໆຂອງແຂວງຢຸນນານ, ນຳສະເໜີຮີດຄອງປະເພນີ, ທິວທັດທີ່ສວຍງາມ, ວັດທະນະທຳປີໃໝ່ຂອງແຂວງຢຸນນານປະເທດຈີນ,ໃຫ້ແກ່ຜູ້ຊົມທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ຜູ້ຊົມທີ່ຫຼາຍຂຶ້ນ ໂດຍສະເພາະແມ່ນໄວໜຸ່ມ ໄດ້ເຂົ້າໃຈວັດທະນະທຳປະເທດຈີນ, ແລະ ຮູ້ເຖິງມິດຕະພາບອັນເລິກເຊິ່ງຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.