ຜົນການຮວ່ມມືລາວ-ຈີນ ຂົງເຂດພະລັງງານ ແລະ ບໍ່ແຮ່ ສ້າງເງື່ອນໄຂໃຫ້ການພັດທະນາເສດຖະກິດ ໄປຕາມທິດຍືນຍົງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ

2021-03-05 17:31:40 |ມາຈາກ: CRI

ເນື່ອງໃນໂອກາດປີ 2021 ເປັນປີມິດຕະພາບລາວ-ຈີນ ແລະຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ(25ເມສາ2021(25/4/1961-25/4/2021),ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸສາກົນແຫ່ງປະເທດຈີນເມື່ອວັນທີ26ກຸມພາ2021ນີ້ໃນ3ຫົວຂໍ້ໃຫຍ່ຄື: ໜຶ່ງ,ການລົງທຶນຂອງ ສປຈີນຢູ່ໃນຂົງເຂດການພັດທະນາດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ.ສອງ,ການຊ່ວຍເຫຼືອລ້າຂອງລັດຖະບານ ສປ.ຈີນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ແລະສາມ, ແຜນການຮ່ວມມື ລາວ-ຈີນ ດ້ານພະລັງງານ ແລະ ບໍ່ແຮ່ໃນຕໍ່ໜ້າ.

ທ່ານ ດາວວົງ ພອນແກ້ວ ກ່າວວ່າ: ການພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ ແມ່ນຢຶດໝັ້ນຕາມແນວທາງປ່ຽນແປງໃໝ່ຂອງພັກໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ ຊຶ່ງໄດ້ກໍານົດອອກຢູ່ໃນມະຕິກອງປະຊຸມໃຫຍ່ແຕ່ລະຄັ້ງຂອງພັກໃນໄລຍະທີ່ຜ່ານມາ, ຈົນມາຮອດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃນປັດຈຸບັນ.

ຜ່ານການພັດທະນາວຽກງານພະລັງງານໄຟຟ້າໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໄລຍະ 5 ປີ (2016-2020) ໂດຍກຳນົດເອົາການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ດ້ວຍການນໍາໃຊ້ແຫຼ່ງນໍ້າທໍາມະຊາດ,ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງປະເທດຊາດ,ໃຫ້ມີປະສິດທິຜົນສູງ,ຕາມທິດພັດທະນາແບບເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຍືນຍົງ. ໃນປີ 2020 ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ປະກອບສ່ວນຕໍ່ລວມຍອດຜະລິດຕະພັນແຫ່ງຊາດ ສູງເຖິງ 16% ແລະຄາດວ່າໃນປີ 2021 ຈະສາມາດເພີ້ມເປັນ 19%.

ໃນດ້ານການລົງທຶນ ແລະ ເຄື່ອນໄຫວດຳເນີນທຸລະກິດຂອງນັກລົງທຶນ ແລະ ຜູ້ປະກອບການຂອງ ສປ.ຈີນຢູ່ ສປປ ລາວ ເວົ້າລວມແມ່ນຢູ່ໃນອັນດັບ 1 ຂອງຜູ້ມາລົງທຶນຢູ່ ສປປ ລາວ ແລະປະກອບດ້ວຍຫຼາກຫຼາຍຂະແໜງານ. ກ່ຽວກັບສະພາບການລົງທຶນຂອງ ສປ. ຈີນຢູ່ໃນຂົງເຂດການພັດທະນາດ້ານພະລັງງານຢູ່ ສປປ ລາວນັ້ນ, ຮອດທ້າຍປີ 2020 ໂຄງການເຂື່ອນໄຟຟ້າທີ່ບໍລິສັດຈີນ ລົງທຶນມີ 11 ໂຄງການ ລວມມີເຂື່ອນ 16 ແຫ່ງ ມີກຳລັງແຮງຕິດຕັ້ງ 2.256 MW ໃນນັ້ນ ສ້າງສຳເລັດ 14 ແຫ່ງມີກຳລັງແຮງຕິດຕັ້ງ 1.886MW ກວມເອົາ 44% ຂອງການສະໜອງໄຟຟ້າພາຍໃນປະເທດ.ໂດຍລວມ,ນັກລົງທຶນຈາກສປ.ຈີນໄດ້ເຂົ້າມາມີບົດບາດສຳຄັນໃນການຮ່ວມມືພັດທະນາວຽກງານພະລັງງານໄຟຟ້າ ທັງໃນຖານະເປັນຜູ້ສະໜອງທຶນ, ຜູ້ຮັບເໝົາ, ຜູ້ສະໜອງອຸປະກອນການຜະລິດໄຟຟ້າ, ຜູ້ດຳເນີນການສຶກສາອອກແບບ ແລະ ຄູ່ຮ່ວມທຸລະກິດ.

ສາມາດຢືນຢັນໄດ້ວ່າ : ການຮ່ວມມືລາວ-ຈີນ ເພື່ອພັດທະນາ ດ້ານພະລັງງານໄຟຟ້າຢູ່ລາວ ແມ່ນການຮ່ວມມືທີ່ດີ, ມີບໍລິມາດການລົງທຶນສູງ ແລະ ບັນດາໂຄງການພັດທະນາຕ່າງໆລ້ວນແຕ່ໄດ້ເອົາໃຈໃສ່ປະຕິບັດຕາມສັນຍາ, ກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງແລະ ໄດ້ຮັບຜົນດີ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ 2 ຝ່າຍ.

ສຳລັບການລົງທຶນຂອງຜູ້ລົງທຶນຈາກ ສປ.ຈີນຢູ່ໃນຂົງເຂດການພັດທະນາທໍລະນີສາດ-ແຮ່ທາດນັ້ນ ກໍຍັງແມ່ນການລົງທຶນທີ່ຢູ່ໃນອັນດັບຕົ້ນໆຂອງບັນດາປະເທດທີ່ມາລົງທຶນຢູ່ລາວ ຄືກັນກັບການລົງທຶນຢູ່ໃນຂົງເຂດການພັດທະນາວຽກງານພະລັງງສານໄຟຟ້າ. ມາຮອດປັດຈຸບັນນີ້, ມີນັກລົງທຶນຈາກ ສປ. ຈີນທີ່ໄດ້ຮັບອະນຸມັດຈາກລັດຖະບານສປປລາວ ລົົງທຶນເຂົ້າໃນການພັດທະນາດ້ານທໍລະນີສາດ-ບໍ່ແຮ່ ຈຳນວນ 52 ບໍລິສັດ, ມີ 79 ກິດຈະການ.ໃນນີ້ : ຊອກຄົ້ນ ມີ 11 ກິດຈະການ, ສຳຫຼວດມີ 40 ກິດຈະການ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກເບື້ອງຕົ້ນມີ 28 ກິດຈະການ. ຄຽງຄູ່ກັນນີ້, ລັດຖະບານ ສປປ ລາວ ໄດ້ອະນຸມັດໃຫ້ຜູ້ລົງທຶນຈາກ ສປ. ຈີນ ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດມີຈຳນວນ 35 ບໍລິສັດ, ລວມມີ 67 ກິດຈະການ.

ສ່ວນການຊ່ວຍເຫຼືອລ້າຂອງລັດຖະບານສປ.ຈີນຢູ່ໃນຂົງເຂດພະລັງງານ ແລະບໍ່ແຮ່,ທ່ານດາວວົງ ພອນແກ້ວກ່າວວ່າ: ການຊ່ວຍເຫຼືອລ້າຂອງລັດຖະບານ ສປ. ຈີນຢູ່ໃນຂົງເຂດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແມ່ນນອນໃນກອບ 4 ຕື້ຢວນ ຊຶ່ງແມ່ນແຫຼ່ງທຶນທີ່ມີຄວາມສຳຄັນ ແລະ ມີຄຸນປະໂຫຍດຫຼາຍ ໂດຍສະເພາະແມ່ນຢູ່ໃນກອບການພັດທະນາຊົນນະບົດຕາມແລວທາງລົດໄຟ,ເຊິ່ງແມ່ນໂຄງການຂະຫຍາຍໄຟຟ້າເຂົ້າສູ່ບ້ານໃນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ. ຄຽງຄູ່ກັນນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໄດ້ເຊັນສັນຍາຮ່ວມມືກັບກົມໃຫຍ່ສຳຫຼວດທໍລະນີສາດ-ບໍ່ແຮ່ ສປ ຈີນ ເພື່ອສືບຕໍ່ດຳເນີນການສຳຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຜນທີ່ທໍລະນີເຄມີ ມາດຕາສ່ວນ 1 : 200.000 ຢູ່ເຂດໃຕ້ຂອງແຂວງ ໄຊຍະບຸລີແລະ ເຂດທິດຕາເວັນຕົກຂອງແຂວງວຽງຈັນ ຊຶ່ງໄດ້ເລີ້ມຈັດຕັ້ງປະຕິບັດມາແຕ່ປີ 2017 ກໍແມ່ນໂຄງການທີ່ສຳຄັນ ແລະ ມີປະສິດທິຜົນສູງທີ່ລັດຖະບານ ສປ. ຈີນໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ. ຕີລາຄາໄດ້ວ່າ : ໂຄງການການຊ່ວຍເຫຼືອລ້າທີ່ລັດຖະບານຈີນມອບໃຫ້ແກ່ ສປປ ລາວໃນຂົງເຂດການພັດທະນາວຽກງານພະລັງງານ ແລະບໍ່ແຮ່, ນອກຈາກຈະເປັນການປະກອບສ່ວນຊ່ວຍໃຫ້ການພັດທະນາວຽກງານພະລັງງານຢູ່ຊົນນະບົດແລ້ວຍັງເປັນການຢືນຢັນໃຫ້ເຫັນເຖິງມູນເຊື້ອແຫ່ງການຮ່ວມມືຊ່ວຍເຫຼືອກັນຢ່າງມີປະສິດທິຜົນລະຫວ່າງສອງຊາດລາວ-ຈີນທີ່ມີມາຢ່າງຍາວນານອີກດ້ວຍ ແລະ ກາຍເປັນນິມິດໝາຍທີ່ສຳຄັນ ໃນການເພີ່ມທະວີ ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປລາວ ແລະ ສປ. ຈີນ ໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ, ກ້າວໄປສູ່ບັນຍາກາດ ແລະ ຄຸນນະພາບໃໝ່.

ນອກຈານັ້ນໃນດ້ານແຜນການຮ່ວມມື ລາວ-ຈີນ ໃນຂະແໜງພະລັງງານ ແລະ ບໍ່ແຮ່ໃນຕໍ່ໜ້າທ່ານດາວວົງ ພອນແກ້ວໄດ້ກ່າວວ່າ:ສປ. ຈີນ ແມ່ນປະເທດທີ່ມີພື້ນຖານທີ່ເຂັ້ມແຂງທາງດ້ານເສດຖະກິດ, ມີທຶນຮອນ, ມີນັກເຕັກນິກ, ວິຊາການທີ່ຫຼວງຫຼາຍ ມີບົດຮຽນໃນການພັດທະນາ, ການດຳເນີນທຸລະກິດ ດ້ານຕ່າງໆ ທີ່ດີ ແລະ ມີປະສົບການໃນການພັດທະນາການລົງທຶນໃນຫຼາຍດ້ານ,ດັ່ງນັ້ນ, ໃນຕໍ່ໜ້ານີ້, ສປປ ລາວ ພະຍາຍາມສຸດຂີດ ໃນການຍູ້ແຮງການພັດທະນາການພົວພັນ, ຮ່ວມມືກັບ ສປ. ຈີນ ເພື່ອສ້າງເງື່ອນໄຂສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໄປຕາມທິດພັດທະນາແບບຍືນຍົງຢ່າງຕໍ່ເນື່ອງຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍົກສູງຄຸນນະພາບຊີວິດ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນຕໍ່ໜ້ານີ້.

ພວກເຮົາມີຄວາມເຊື່ອໝັ້ນວ່າ : ດ້ວຍທ່າແຮງ ແລະ ເງື່ອນໄຂຄວາມພ້ອມໃນທຸກດ້ານຂອງ ສປປ ລາວ ບວກກັບການສ້າງສະພາວະທີ່ເອື້ອອຳນວຍ ໃນການເປີດກວ້າງການພົວພັນ, ຮ່ວມມືໄດ້ດີ, ສ້າງກົນໄກການຮ່ວມມືໄປຕາມລວງດຽວກັນ, ບົນພື້ນຖານອີງໃສ່ຈຸດພິເສດຈຸດທີ່ຕັ້ງແລະ ສີສັນຂອງທັງ2ປະເທດ, ພວກເຮົາມີຄວາມສາມາດຂຸດຄົ້ນໄດ້ທ່າແຮງທາງດ້ານເສດຖະກິດ, ນຳເອົາຜົນປະໂຫຍດອັນສູງ ແລະ ກ້າວໄປເຖິງສ້າງຄວາມຮັ່ງມີ, ເຂັ້ມແຂງໃຫ້ສອງຝ່າຍ ກໍຄືທົ່ວຂົງເຂດ, ພາກພື້ນໃນອະນາຄົດ, ກ້າວໄປເຖິງສາມາດລົບລ້າງໄດ້ຄວາມຫຼຸດໂຕນກັນທາງດ້ານເສດຖະກິດ-ສັງຄົມ, ເຮັດໃຫ້ ເກີດດຸ່ນດ່ຽງກັນໃນທຸກດ້ານ.

ພິເສດ, ດ້ວຍເງື່ອນໄຂ ແລະ ຄວາມພ້ອມດັ່ງກ່າວ, ຂ້າພະເຈົ້າຖືໂອກາດນີ້, ເຊີນຊວນໃຫ້ນັກທຸລະກິດ, ນັກລົງທຶນຂອງ ສປ. ຈີນ ຈົ່ງໄດ້ຫັນມາລົງທຶນຢູ່ ສປປ ລາວ ໂດຍສະເພາະແມ່ນ ຢູ່ໃນ 2 ຂົງເຂດຄື : ພະລັງງານ ແລະ ບໍ່ແຮ່ ຊຶ່ງແມ່ນ 2 ຂົງເຂດທີ່ເປັນທ່າແຮງຂອງ ສປປ ລາວ. ເວົ້າສະເພາະ ຂະແໜງພະລັງງານ, ສປປ ລາວ ມີທ່າແຮງການພັດທະນາພະລັງງານໄຟຟ້ານ້ຳຕົກ, ຖ່ານຫີນ, ພະລັງງານແສງຕາເວັນ, ພະລັງງານລົມ, ລະບົບສາຍສົ່ງເຊື່ອມຕໍ່ກັບບັນດາປະເທດພາກພື້ນແມ່ນໍ້າຂອງ ຊຶ່ງອາດຈະມາລົງທຶນໃນຮູບແບບລົງທຶນເອງ 100% ຫຼື ຮ່ວມທຶນກັບບໍລິສັດພາຍໃນ ສປປ ລາວ ບົນພື້ນຖານ ພວກເຮົາ ຍັງສືບຕໍ່ຍຶດໝັ້ນນະໂຍບາຍເປີດກວ້າງການພົວພັນ ແລະ ຮ່ວມມືກັນ ເພື່ອລົງທຶນໃນຫຼາຍຮູບແບບທີ່ມີຄຸນນະພາບ ແລະ ປະສິດທິຜົນເສດຖະກິດສູງ.