(ກອງ​ປະ​ຊຸມ​ສອງ​ສະ​ພາ)ປີ 2021, ຈີນ​ຈະ​ຕັ້ງ​ໜ້າ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ

2021-03-05 17:34:46 |ມາຈາກ: CRI

ວັນ​ທີ 5 ມີ​ນານີ້, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ, ໃນ​ເວ​ລາ​ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13, ທ່ານ​ກ່າວ​ວ່າ: ໃນ​ປີ 2021, ຈີນຕ້ອງ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ ທີ່ເປັນ​ເອ​ກະ​ລາດ ແລະ ເປັນ​ເຈົ້າ​ຕົນ​ເອງ, ຕັ້ງ​ໜ້າ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ, ຊຸກ​ຍູ້​ການ​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່ ແລະ ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ຮ່ວມ​ມື​ກັນ, ຊຸກ​ຍູ້​ໃຫ້​ລະ​ບົບ​ບໍ​ລິ​ຫານ​ທົ່ວ​ໂລກ​ຂະ​ຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ຍຸ​ຕິ​ທຳ​ກວ່າ​ເກົ່າ ແລະ ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ສາກົນ ແລະ ພາກ​ພື້ນ​ຢ່າງ​ຕໍ່​ເນື່ອງ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາ​ກົນ​ ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຕິດ​ແປດ​ທີ່​ຮ້າຍ​ແຮງ. ຈີນ​ຍິນ​ດີ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ແລະ ພັດ​ທະ​ນາ​ຮ່ວມ​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ເໝີ​ພາບ​ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຈັບ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລັກ​ສະ​ນະ​ທົ່ວ​ໂລກ, ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ!