(ກອງ​ປະ​ຊຸມ​ສອງ​ສະ​ພາ)ຈີນ​ຈະປະ​ຕິ​ບັດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ຂອບ​ເຂດກວ້າງ​ຂວາງກວ່າ​ເກົ່າ, ​ກວມ​ຂົງ​ເຂດຫຼາຍກວ່າ​ເກົ່າ ​ແລະ ​ມີ​ລະ​ດັບ​ສູງກວ່າ​ເກົ່າ

2021-03-05 17:36:02 |ມາຈາກ: CRI

ວັນ​ທີ 5 ມີ​ນານີ້, ໃນ​ເວ​ລາ​ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13, ທ່ານ​ກ່າວ​ວ່າ: ຈີນ​ຈະຊຸກ​ຍູ້​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ແລະ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ. ປະ​ຕິ​ບັດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ຂອບ​ເຂດກວ້າງ​ຂວາງກວ່າ​ເກົ່າ, ​ກວມ​ຂົງ​ເຂດຫຼາຍກວ່າ​ເກົ່າ ​ແລະ ​ມີ​ລະ​ດັບ​ສູງກວ່າ​ເກົ່າ, ເພື່ອ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃນ​ສາ​ກົນ​ໃຫ້​ດີກວ່າ​ເກົ່າ.

ຊຸກ​ຍູ້​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ. ເພີ່ມ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ກູ້​ສິນ​ເຊື່ອ​ໃຫ້​ກັບ​ວິ​ສາ​ຫະ​ກິດ​ການ​ຄ້າ​ຕ່າງ​ປະ​ເທດ​ຂະ​ໜາດ​ກາງ​ແລະ​ນ້ອຍ. ພັດ​ທະ​ນາ​ການ​ຄ້າ​ຜະລິດຕະພັນ​ປຸງ​ແຕ່ງ​ໃຫ້​ໝັ້ນ​ທ່ຽງ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໃໝ່​ແລະ​ຮູບ​ແບບ​ອຸດ​ສາ​ຫະ​ກຳ​ໃໝ່​ເຊັ່ນ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ເປັນ​ຕົ້ນ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ບຸກ​ເບີກ​ຕະຫຼາດ​ທີ່​ມີຫຼາຍ​ເຄົ້າ. ພັດ​ທະ​ນາ​ການ​ຄ້າ​ການ​ບໍ​ລິ​ການ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່.

ຊຸກ​ຍູ້​ໃຫ້​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ມີ​ຄວາມ​ສະ​ດວກ​ສະ​ບາຍ, ເຮັດ​ໃຫ້​ການ​ເກັບ​ຄ່າ​ທຳ​ນຽມ​ຢູ່​ຕາມ​ດ່ານ​ເປັນ​ແບບ​ສະ​ບັບ, ເຮັດ​ໃຫ້​ການ​ແຈ້ງ​ດ່ານ​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຕັ້ງ​ໜ້າ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຢ່າງ​ບັງ​ເກີດ​ຜົນ, ຫຼຸດ​ບັນ​ຊີ​ດ້ານ​ລົບ​ໃນ​ການ​ອະ​ນຸ​ມັດ​​ທຶນ​ຕ່າງ​ປະ​ເທດ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ. ຊຸກ​ຍູ້​​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບໍລິສັດລະດົມທຶນຢູ່ເຂດ​ພັດ​ທະ​ນາ​ປະ​ເພດ​ຕ່າງໆ​ໃຫ້​ດີ, ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ທຶນ​ພາຍ​ໃນ​ປະ​ເທດ ແລະ ທຶນ​ຕ່າງ​ປະ​ເທດ​ແຂ່ງ​ຂັນ​ກັນ​ຢ່າງ​ຍຸ​ຕິ​ທຳ, ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ຕາມ​ກົດ​ໝາຍ. ຍິນ​ດີ​ຕ້ອນ​ຮັບ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ເປີດກວ້າງ​ການ​ລົງ​ທຶນ​ຢູ່​ຈີນ, ຊົມ​ໃຊ້​ຕະຫຼາດ​ໃຫຍ່ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ຈີນ.

ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ມີ​ຄຸນ​ນະ​ພາບ​ສູງ. ຍຶດ​ໝັ້ນ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ​ ແລະ ຊົມ​ໃຊ້​ຮ່ວມ​ກັນ, ຍຶດ​ໝັ້ນຖາ​ນະ​ຕົ້ນ​ຕໍ​ຂອງ​ວິ​ສາ​ຫະ​ກິດ, ປະ​ຕິ​ບັດ​ຕາມຫຼັກ​ການ​ແບບ​ຕະຫຼາດ, ປັບ​ປຸງ​ລະ​ບົບ​ການ​ລົງ​ທຶນ ແລະ ລະ​ດົມ​ທຶນ​ທີ່​ມີຫຼາຍ​ຮູບ​ແບບນັ້ນໃຫ້ສົມບູນແບບ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໂຄງ​ການ​ໃຫຍ່​ຢ່າງ​ເປັນ​ລະ​ບຽບ, ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ. ຍົກ​ສູງຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ພາບ​ຂອງ​ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ.

ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດລະ​ຫວ່າງ​ສອງ​ຝ່າຍ​ ຫຼາຍຝ່າຍ ກໍຄື ພາກ​ພື້ນ. ຍຶດ​ໝັ້ນ​ປົກ​ປັກ​ຮັກ​ສາ​ໂຄງປະກອບການ​ຄ້າຫຼາຍ​ຝ່າຍ. ຊຸກ​ຍູ້​ໃຫ້​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RECP ໃຫ້​ບັງ​ເກີດ​ຜົນ​ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ໂດຍ​ໄວ, ຊຸກ​ຍູ້​ການ​ເຊັນ​ສັນ​ຍາ​ການ​ລົງ​ທຶນ​ຈີນ-ເອີ​ຣົບ, ເລັ່ງ​ລັດ​ຂະ​ບວນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ຍີ່​ປຸ່ນ-ສ.ເກົາຫຼີໃຫ້ໄວເຂົ້າ, ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ເຂົ້າ​ເປັນ​ສະມາຊິກໃນ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ຂ້າມ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ທີ່​ຮອບ​ດ້ານ​ແລະ​ກ້າວ​ໜ້າ. ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາໃຫ້​ຂະ​ຫຍາຍ​ຕົວໄປໜ້າ. ຈີນ​ຍິນ​ດີ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ ເພື່ອ​ບັນ​ລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.