ທ່ານ​ວາງ​ຢີ້​ຢືນ​ຢັນ​ວ່າ: ຈີນ​ຈະ​ຢືນ​ຢູ່​ແຖວ​ໜ້າ​ໃນ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວັກ​ຊີນ

2021-03-08 16:07:24 |ມາຈາກ: CRI

ກອງ​ປະ​ຊຸມ​ຂ່າວ​​ກ່ຽວ​ກັບກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝທີ 13 ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 7 ມີ​ນາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບການພົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ.

ທ່ານ​ກ່າວ​ວ່າ: ຈີນ​ຈະ​ຍຶດ​ໝັ້ນການ​ຢືນ​ຢູ່​ແຖວ​ໜ້າ​ໃນ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວັກ​ຊີນໂຄວິດ-19. ຈີນ​ໄດ້​ດຳ​ເນີນ​ການ​ຮ່ວ​ມ​ມື​ຄົ້ນ​ຄວ້າ ແລະ​ຜະ​ລິດ​ວັກ​ຊີນ​ກັບ 10 ກວ່າ​ປະ​ເທດ, ​ມີ​ອາ​ສາ​ສະ​ໝັກ 1 ແສນກວ່າ​ຄົນ​ຂອງ 100 ​ກວ່າ​ປະ​ເທດໄດ້​ມີ​ສ່ວນ​ຮ່ວມ​ນຳ. 60ກວ່າ​ປະ​ເທດ​ໄດ້​ອະ​ນຸ​ຍາດ​ນຳ​ໃຊ້​ວັກ​ຊີນ​ຂອງ​ຈີນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປອດ​ໄພ ແລະ​ປະ​ສິດ​ທິ​ຜົນ​ທີ່​ບັນ​ດາ​ປະ​ເທ​ດ​ໃຫ້​ການຍອມ​ຮັບ ແລະ​ຮັບ​ຮອງຢ່າງກວ້າງ​ຂວາງ.

ໃນໄລ​ຍະ​ຕໍ່​ໄປ, ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮັບ​ຮອງການ​ສັກວັກ​ຊີນ​ເຊິ່ງ​ກັນ ແລະ​ກັນ, ສຶ​ກ​ສາ​ຄວາມ​ເປັນ​ໄປ​ໄດ້ ແລະ​ວາງ​ແຜນ​ການ​ດຳ​ເນີນ​ງານ.