ຈີ​ນ​ກ່າ​ວ​ວ່າ: ຍິນ​ດີ​ຕ້ອນ​ຮັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ມາ​ຢ້ຽມ​ຢາມ​ເຂດ​​ຊິ່ນ​ຈ່ຽງ

2021-03-08 16:08:42 |ມາຈາກ: CRI

ວັນ​ທີ 7 ມີ​ນາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ຈີ​ນ​ໄດ້​ກ່າວ​ວ່າ, ​ຖ້ອຍ​ຄວາມ​ທີ່​ວ່າ​ເຂດ​​ຊິ່ນ​ຈ່ຽງ​ມີ​ການ​ດັບ​ສູນ​ເຊື້ອ​ຊາດ​ນັ້ນ​ໜ້າ​ຫົວ​ຂວັນ​ທີ່​ສຸດ, ແມ່ນຂ່າວ​ລື​ທີ່​ມີ​ເຈດ​​ຕະ​ນາ​ທີ່​ບໍ່​ດີ​, ທັງ​ເປັນ​ຄຳ​​ເວົ້າ​ຂີ້ຕົວະ​ທັງ​ໝົດ. ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​​ເດີນ​ທາງ​​ຢ້ຽນ​ຢາມເຂດ​​​ຊິ່ນ​ຈ່ຽງ, ສິບ​ປາກ​ເວົ້າ​ບໍ່​ທໍ່​ຕາ​ເຫັນ, ຂ່​າວ​ລື​ກໍ​ຈະ​ໝົດ​ສິ້ນ​ໄປ​ເອງ​ເມື່ອ​ຜະ​ເຊີນ​ກັ​ບ​​ຄວາມ​ເປັນ​ຈິງ.

ຕໍ່​ກັບ​ຄຳ​ເວົ້າຂອງ​ອາ​ເມ​ຣິ​ກາ ແລະ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ທີ່​ກ່ຽວຂ້ອງກັບ​ເຂດ​​ຊິ່ນ​ຈ່ຽງ​, ທ່ານ​ວາງ​ຢີ້​ໄດ້​ຕອບ​ໂຕ້​ຢູ່​ທີ່ກອງ​ປະ​ຊຸມ​ຂ່າວ​ຂອງກອງ​ປະ​ຊຸມ​ຄັ້​ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13.​ ທ່ານ​ກ່າວ​ວ່າ: ໃນ​ເຂດ​ຊິ​ນ​ຈ່ຽງ​ປະ​ເທດ​ຈີນ, ໃນ​ໄລ​ຍະ​ເວ​ລາ 40 ປີ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ເຜົ່າ​ອຸຍ​ເກີ​ໄດ້​ເພີ່ມ​ຂຶ້ນ 5,55 ລ້ານ​ຄົນ​ເປັນ 12 ລ້ານກວ່າ​ຄົນ ເຊິ່ງ​ເພີ່ມ​ຂຶ້ນ 1 ເທົ່າ. ໃນ​ໄລ​ຍະ​ເວ​ລາ 60 ປີ​ທີ່​ຜ່ານ​ມາ, ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ຂອງ​ເຂດ​ຊິ່ນ​ຈ່ຽງ​ໄດ້​ເພີ່ມ​ຂຶ້ນ 200 ກວ່າ​ເທົ່າ, ​ຄາດ​ໝາຍອາ​ຍຸ​ຍືນ​ທີ່​ສະ​ເລ່ຍ​ຂອງ​ຊາວ​ຊິ່ນ​ຈ່ຽງ​ໄດ້​​ເພີ່ມ​ຂຶ້ນຈາກ 30 ​ເປັນ 72 ປີ. ຊາວ​ຕ່າງ​ປະ​ເທດ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ເຄີຍ​ໄປ​​ເຂດ​ຊິ່ນ​ຈ່ຽງ​ກໍ​ໄດ້​ເວົ້າ​ວ່າ: ເຂດ​ຊິ່ນ​ຈ່ຽງ​ທີ່​ເຂົາ​ເຈົ້າ​​ໄດ້ເຫັນ​ກັບ​ຕາ​​ນັ້ນຕ່າງ​ກັນ​ຫລາຍ​ກັບ​ການ​ລາຍ​ງານ​ຂ່າວ​​ຈາກບາງ​ສື່​ຂອງປະ​ເທດ​ຕາ​ເວັນ​ຕົກ.