ປະ​ເທດ​ລາວ​ຊົມ​ເຊີຍ​ການ​ໄຂກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​

2021-03-08 16:10:42 |ມາຈາກ: CRI

ຕາ​ມ​ຂ່າວCRI:ວັນ​ທີ 5 ມີ​ນາ​ນີ້, ທ່ານ​ຈ່ຽງ​ຈ້າຍ​ຕົ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ພົບ​ປະ​ກັບ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກຳ​ມ​ະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ບັດ​ລາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງ​ປະ​ເທດລາວ, ໄດ້​ແຈ້ງສະ​ພາບ​ການ​ກ່ຽວ​ກັບ​ການ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງສະ​ພາ​ນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ແລະ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 13 ຂອງ​ຈີນ.

ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ການ​ໄຂ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ແລະ​ກ່າວ​ວ່າ, ໃນ 1 ​ປີ​ທີ່​ຜ່ານ​ມາ​, ພາຍ​ໃຕ້​ການ​ນຳ​ພາ​ຢ່າງສະ​ຫຼາດ​ສ່ອງ​ໃສ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີທ່ານ​ສີ​ຈິ້ນ​ຜິງ​ເປັນ​ໃຈ​ກາງ, ປະ​ຊາ​ຊົນ​ຈີນ​ທີ່​ເປັນ​ອ້າຍ​ນ້ອງ​ກັນ​ໄດ້​ຮັບຜົນ​ສຳ​ເລັດ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ໃນ​ການ​ຕໍ່​ຕ້ານ​ສະ​ພາບ​ພະ​ຍາດ​ໂຄວິດ-19 ແລະ​ໄດ້​ຮັບໄຊ​ຊະ​ນະ​ຢ່າງ​ຮອບ​ດ້ານ​ໃນການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ຈີນ​ໄດ້​ກາຍ​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ຕົ້ນ​ຕໍ​​ທີ່​ໄດ້​ຮັບ​ການ​ເຕີບ​ໂຕທາງບວກ​ດ້ານ​ເສ​ດ​ຖະ​ກິດພຽງ​ອັນ​ດຽວ​ໃນ​ທົ່ວ​ໂລກ. ພວກ​ເຮົາສະ​ແດງ​ຄວາມ​ເຄົາ​ລົບ​ຢ່າງ​ຈິງ​ໃຈ​ຕໍ່​ເລື່ອງ​ນີ້. ໃນ​ເວ​ລາ​ທີ່​​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ໃຫ້​ດີກ່ອນ​ໝູ່​ແລະ​ຈັດ​ສັນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມຢ່າງ​ເໝາະ​ສົມ, ຈີນ​ຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອຢ່າງ​ບໍ່​ເຫັນ​ແກ່​ຕົວ​​ແກ່​ປະ​ຊາ​ຄົມ​ໂລກເພື່ອ​ຕ້ານ​ພະ​ຍາດ, ແລະໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ໂລກ, ​ພຽງ​ແຕ່ການ​ລົງ​ທຶນ​ຕໍ່ບັນ​ດາ​ປະ​ເທດລຽບ​ຕາມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊິ່ງລວມ​ທັງ​ປະ​ເທດ​ລາວ​ກໍ​ໄດ້ເພີ່ມ​ຂຶ້ນ 18,3%. ພວກ​ເຮົາ​ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈຕໍ່​ເລື່ອງ​ນີ້.

ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ​ກ່າວ​ວ່າ, ປີ​ນີ້​ແມ່ນ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສ້າງ​ຕັ້ງ​ຄົບ​ຮອບ 100 ປີ​ແລະ​ປີ​ເລີ່ມ​ຕົ້ນ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ 5 ປີຄັ້ງ​ທີ 14, ກອງ​ປະ​ຊຸມ​ສອງ​ສະ​ພາ​ຈີນ​ຈະ​ວັງ​ແຜນ​ການ​ພັດ​ທະ​ນາ​ໃໝ່, ກຳ​ນົດ​ມາດ​ຕະ​ການ​ຢ່າງ​ລະ​ອຽດ, ເລີ່ມ​ດຳ​ເນີນ​ການ​ສ້າງ​ສາ​ປະ​ເທດ​ທີ່​ຫັນ​ເປັນ​ທັນ​ສະ​ໄໝ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ຢ່າງ​ຮອບ​ດ້ານ​ໃໝ່. ນີ້​ແມ່ນ​ເລື່ອງ​ໃຫຍ່​ໃນ​ຊີ​ວິດ​ການ​ເປັນ​ຢູ່​ການ​ເມືອງ​ຂອງ​ຈີນ, ກໍ​ຈະ​ທຸ່ມ​ເທ​ພະ​ລັງ​ແຮງ​ທາງບວກ​ແລະ​ເພີ່ມ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ພັດ​ທະ​ນາ​ຂອງ​ໂລກ. ລາວ​ຈົ່ງ​ອວຍ​ພອນ​ໃຫ້​ກອງ​ປະ​ຊຸມສອງ​ສະ​ພາ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​, ແລະ​ຄອງ​ຄອຍ​ຮ່ວມ​ກັນ​ກັບ​ຈີນ​ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ການ​ບໍ​ລິ​ຫານ​ປະ​ເທດ​ຄຸ້ມ​ຄອງ​ການ​ເມືອງ​ຢ່າງ​ຕື່ມ​ອີກ, ຊຸກ​ຍູ້​ການ​ສ້າງ​ສາ​ຂອງ​ປະ​ຊາ​ຄົມ​ຊາ​ຕາ​ກຳ​ລະ​ຫວ່າງ​ລາວ-ຈີນ, ສ້າງ​ຄວາມ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ສາປະ​ຊາ​ຄົມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.