“ດອກຈໍາປາຄໍາ” ທີ່ເບັ່ງບານຢູ່ຕາມເສັ້ນທາງດ່ວນລາວ-ຈີນ

2021-03-10 15:44:18 |ມາຈາກ:

ຢູ່ເສັ້ນທາງດ່ວນວຽງຈັນ-ວັງວຽງ ສປປ ລາວ, ນັກບຸກເບີກພັດທະນາເພດຍິງທີ່ດີເລີດກຸ່ມໜຶ່ງ, ພວກເຂົາເຈົ້າແມ່ນ “ດອກຈໍາປາຄໍາ” , ພວກເຂົາເຈົ້າໄດ້ປະກອບສ່ວນໄວໜຸ່ມອັນງົດງາມຂອງຕົນ ໃຫ້ແກ່ວຽກງານການເປີດບໍລິການທາງດ່ວນຂອງປະເທດລາວ, ສະແດງອອກໃຫ້ເຫັນເຖິງຄວາມງາມອີກແບບໜຶ່ງຂອງແມ່ຍິງຢູ່ເສັ້ນທາງດ່ວນ!

ຫຼີຫົງເໝີຍ

ໄລຍະຕົ້ນຂອງການເປີດນໍາໃຊ້ທາງດ່ວນວຽງຈັນ-ວັງວຽງ, ຍ້ອນວ່າປວງຊົນຊາວລາວທີ່ມີຄວາມຊິນເຄີຍກັບລະບົບການຈ່າຍເງິນດ່ວນແບບ ETC ແມ່ນຍັງບໍ່ທັນຫຼາຍ, ໂດຍທົ່ວໄປແມ່ນເລືອກວິທີການຈ່າຍຄ່າທາງດ່ວນແບບໃຊ້ເງິນສົດ, ບວກໃສ່ກັບໃບທະນາບັດເງິນກີບທ້ອງຖິ່ນຂອງປະເທດລາວ ມີມູນຄ່າຈຳນວນຫຼາຍ, ຈຶ່ງມັກເຮັດໃຫ້ເຄື່ອງຈັກນັບເງິນຂັດຂ້ອງ “ຢຸດງານ”.

ຫຼີຫົງເໝີຍ ເຄີຍໃຊ້ມືນັບເງິນສົດເປັນເງິນຈຳນວນ 1,3 ຕື້ກີບ (ປະມານ 920.000 ຢວນຈີນ) ທັງເຮັດໃຫ້ດີບໍ່ມີຂາດ. ບໍ່ພຽງແຕ່ເທົ່ານັ້ນ, ລາວຍັງຕັ້ງໜ້າຊອກຮູ້ເພື່ອນໍາພາທິມງານສ້າງຕັ້ງລະບົບຄຸ້ມຄອງການເກັບເງິນທີ່ມີຫຼາຍປະເພດເງິນຮ່ວມກັນ. ດຽວນີ້ ລາວຍັງນຳພານັກຝຶກຫັດຄົນລາວ 2 ຄົນຮຽນຮູ້ເຮັດໜ້າທີ່ຄຸ້ມຄອງການເງິນຂອງສະຖານີເກັບເງິນ.

ເສິນເວີ່ຍເຫວີຍ

ເສິນເວີ່ຍເຫວີຍ ເປັນຫົວໜ້າສະຖານີໂພນຄຳ, ນັບແຕ່ປີ 2020 ທີ່ສະໝັກໃຈມາເຮັດວຽກຢູ່ປະເທດລາວ, ລາວຍຶດໝັ້ນທຸກມື້ຕື່ນນອນແຕ່ເຊົ້າ 6 ໂມງ ເພື່ອມາຮຽນພາສາລາວດ້ວຍຕົນເອງ.

ຕອນຄ້ອຍຄໍ່າຂອງ ວັນທີ 15 ມັງກອນ 2021, ຢູ່ບໍລິເວນໃກ້ຄຽງກັບສະຖານີເກັບເງິນໂພນຄຳ ໄດ້ມີການເຕົ້າໂຮມກັນຂອງຊຸມຊົນຄົນທ້ອງຖິ່ນຈຳນວນຫຼາຍທີ່ນຸ່ງເຄື່ອງແບບແປກໆ ແລະຖືມີດຖືພ້າມານໍາ, ຍ້ອນວ່າເວົ້າຕ່າງກັນຄົນລະພາສາ, ຈຶ່ງບໍ່ສາມາດສື່ສານເຂົ້າໃຈກັນໄດ້ຢ່າງມີປະສິດທິຜົນ ເຮັດໃຫ້ສອງຝ່າຍຈຶ່ງມີແຕ່ຄວາມເຄັ່ງຕຶງຮ້ອນໃຈ.

ຜ່ານການສົນທະນາແລກປ່ຽນກັນໄປໄລຍະໜຶ່ງ, ເສິນເວີ່ຍເຫວີຍ ຈຶ່ງຮູ້ວ່າພວກເຂົາແມ່ນຊາວບ້ານເຜົ່າມົ້ງທີ່ດຳລົງຊີວິດຢູ່ໃກ້ກັບສະຖານີເກັບເງິນນັ້ນ, ການຖືມີດຖືພ້າຕິດຕົວມານໍາ ກໍແມ່ນຄວາມລຶ້ງເຄີຍທາງວັດທະນະທຳຢ່າງໜຶ່ງຂອງປະຊາຊົນທ້ອງຖິ່ນ, ເຊິ່ງບໍ່ໄດ້ມີເຈດຕະນາຮ້າຍໃດໆ. ຈາກເວລານັ້ນມາ, ຫົວໜ້າເສິນ ແມ່ນມີສະຕິເປັນເຈົ້າການໃນການຮຽນຮູ້ເຂົ້າໃຈປະເພນີວັດທະນະທຳຂອງທ້ອງຖິ່ນ, ເຊິ່ງໄດ້ກາຍເປັນໝູ່ເພື່ອນກັບຄົນທ້ອງຖິ່ນຈຳນວນບໍ່ໜ້ອຍ.

ຫຼີ ເຫວິນຊາວ

ຫຼີເຫວິນຊາວ ເປັນພະນັກງານພະແນກດຳເນີນທຸລະກິດ, ຮັບຜິດຊອບວຽກງານໂຄສະນາຄວາມປອດໄພ. ເພື່ອໂຄສະນາລະບຽບການຄວາມປອດໄພການແລ່ນລົດໃຫ້ແກ່ປວງຊົນຊາວລາວ, ຫຼີເຫວິນຊາວ ນໍາໃຊ້ທ່າແຮງທາງດ້ານວິຊາການຂອງຕົນ ໂດຍຮ່ວມກັນກັບເພື່ອນຮ່ວມງານຄົນລາວ ໄດ້ເພີ້ມເວລາໂມງເຮັດການມາວາດແຕ້ມແຜ່ນພັບກາຕູນໃນການໂຄສະນາຄວາມປອດໄພເທິງທາງດ່ວນຢ່າງຄົບຊຸດ.

ປັດຈຸບັນ, ແຜ່ນພັບກາຕູນໂຄສະນາການແລ່ນລົດຢ່າງປອດໄພທີ່ລາວແຕ້ມຂຶ້ນມານັ້ນ ໄດ້ຈັດພິມອອກມາ ທັງນໍາເອົາໄປແຈກຢາຍໂຄສະນາຢູ່ຕາມສາຍທາງດ່ວນວຽງຈັນ-ວັງວຽງແລ້ວ, ເຊິ່ງໄດ້ເຮັດການປະກອບສ່ວນອັນຕັ້ງໜ້າໃຫ້ແກ່ການຮັບປະກັນການເດີນທາງຢ່າງໂລ່ງລ່ຽນ ແລະເປັນລະບຽບປອດໄພຕາມເສັ້ນທາງດ່ວນ.

ລິນດາ (ຄົນລາວ)

ສາວນ້ອຍຄົນລາວທີ່ເກີດໃນປີ 1998 ຄົນນີ້ ເປັນຄົນສູ້ຊີວິດມາແຕ່ນ້ອຍ, ໃນປີນັ້ນ ໂດຍອາໃສຄວາມອົດທົນພະຍາມຂອງຕົນເອງ ເສັງໄດ້ທຶນການສຶກສາແບບທຶນເຕັມ ຂອງກະຊວງສຶກສາທິການ ສປປລາວ, ໄດ້ໄປຮຽນວິຊາສະເພາະດ້ານອັກສອນສາດພາສາຈີນ ຢູ່ມະຫາວິທະຍາໄລອູຮ້ານ ປະເທດຈີນ.

ເມື່ອຫວນຄືນປະສົບການໃນເວລາຮຽນຢູ່ປະເທດຈີນ, ສິ່ງທີ່ເຮັດໃຫ້ລາວມີຄວາມປະທັບໃຈເລິກເຊິ່ງຫຼາຍນັ້ນແມ່ນ ລະດູໜາວຢູ່ອູຮ້ານມີຫິມະຕົກ ແລະດອກຊາກຸຣະຢູ່ ມະຫາວິທະຍາໄລອູຮ້ານ. ລາວຜູ້ມີທັກສະຄວາມຮູ້ພາສາຈີນທີ່ດີ ຈຶ່ງໄດ້ຂຽນບົດເລື່ອງໜຶ່ງເພື່ອສະແດງອອກເຖິງຄວາມຮູ້ສຶກທີ່ດີຂອງຕົນຕໍ່ວຽກງານທາງດ່ວນວຽງຈັນ-ວັງວຽງ.

ຈ່າງຈ່ວນ

ໃນເວລາເດືອນທຳອິດທີ່ມີການເປີດນໍາໃຊ້ທາງດ່ວນ, ພະນັກງານວິຊາການຄົນລາວທີ່ສະຖານີໂພນໂຮງບໍ່ທັນຊິນເຄີຍກັບໜ້າວຽກ, ການປະເມີນຜົນກໍບໍ່ໄດ້ລະດັບປານໃດ. ຈ່າງຈ່ວນ ທີ່ເປັນຫົວໜ້າສະຖານີ ເພື່ອຈະເລັ່ງລັດຍົກສູງຄວາມສາມາດໃນການເຮັດງຽກງານຂອງພະນັກງານຄົນລາວ ຈຶ່ງໄດ້ນໍາໃຊ້ວິທີການສອບຖາມ ແລະຂຶ້ນຫ້ອງຮຽນ ເພື່ອມາດຳເນີນການຝຶກອົບຮົມພະນັກງານຄົນລາວ.

ໃນຂະບວນການດັ່ງກ່າວນີ້, ລາວສັງເກດເຫັນວ່າຂໍ້ມູນຕໍາລາຮຽນໃນການຝຶກອົບຮົມທີ່ແຈກຢາຍອອກໄປພ້ອມກັນນັ້ນ ມີຄໍາສັບເຕັກນິກວິຊາການຈຳນວນຫຼາຍ, ບໍ່ສາມາດທີ່ຈະໃຊ້ສັບພາສາລາວອະທິບາຍຢ່າງຖືກຕ້ອງແມ່ນຢໍາໄດ້, ດັ່ງນັ້ນ ລາວຈຶ່ງກ້າຫານໃນການຊອກຄົ້ນເພື່ອສ້າງຕຳລາຮຽນແລະເຄື່ອງມືການຮຽນດ້ວຍຕົນເອງ, ທັງນໍາໃຊ້ສິ່ງຂອງງ່າຍດາຍທຳມະດາດັ່ງເຊັ່ນ: ແກັດເຈ້ຍ ແລະຖ້ວຍບ່ວງ ເພື່ອສ້າງ “ການຈຳລອງຖານປະຕິບັດການການເກັບເງິນ”ຂຶ້ນ, ລະດົມເອົາພະນັກງານມາຝຶກອົບຮົມຊໍ້າໆໄປມາຫຼາຍເທື່ອ. ພາຍໃຕ້ການນຳພາທີ່ອົດທົນພະຍາຍາມຂອງຫົວໜ້າສະຖານີ ຈ່າງຈ່ວນ, ຈຶ່ງເຮັດໃຫ້ລະດັບຄວາມສາມາດໃນການປະຕິບັດງານຂອງພະນັກງານຄົນລາວ ໄດ້ຮັບການຍົກສູງຂຶ້ນຫຼາຍ.