ຝ່າຍຈີນຈະຕັ້ງໜ້າສືບຕໍ່ດຳເນີນການຮ່ວມມືສາກົນເພື່ອຫຼຸດຜ່ອນຄວາມທຸກຍາກ

2021-03-11 17:23:35 |ມາຈາກ: CRI

ວັນ​ທີ 10 ມີ​ນາ​ນີ້, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ໃນ​ຂະ​ນະ​ທີ່​ຈີນ​ອອກ​ແຮງ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຕົນ, ຈີນ​ຍັງ​ໄດ້​ຕັ້ງ​ໜ້​າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​​ສາ​ກົນ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ສາ​ກົນ.

ອີງ​ຕາມ​​ຂ່າວລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​​ມານີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີເຣ​ສ ເລ​ຂາ​ທິ​ການ​ໃຫຍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ໄດ້​ສົ່ງ​ສານ​​ຊົມ​ເຊີຍຝ່າຍ​ຈີນ​ທີ່​ສາ​ມາດ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຮອບ​ດ້ານ, ​ທ່ານກ່າ​ວ​ວ່າ​ຜົນ​ສຳ​ເລັດ​ອັນ​ໂດດ​ເດັ່ນ​ທີ່​ຈີນ​ໄດ້​ຮັບ​ນັ້ນ​ຈະ​ນຳ​ເອົາ​ຄວາມ​ຫວັງ​​ມາ​ໃຫ້​ແກ່ປະ​ຊາ​ຄົມ​ໂລກ, ​ແລະ​ເປັນ​ການ​ໃຫ້​ກຳ​ລັງ​ໃຈ​ແກ່​ຊາວ​ໂລກ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ, ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ, ​ໄດ້ອອກ​ແຮງ​ຊຸກ​ຍູ້​ປະ​ເທດ​​ທີ່​ຢູ່​ລຽບ​ຕາມ “ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້ພັດ​ທະ​ນາ​ເສ​ດ​ຖະ​ກິດ, ຊ່ອຍ​ເຫຼືອ​ພວກ​ເຂົາ​ເຈົ້າ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕາມວາ​ລະ​​ການ​ພັດ​ທະ​ນາ​ແບບ​ຍຶນ​ຍົງ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ໄດ້ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ແຄວ້ນ​ໃຫ້​ກວ້າງ​ຂວາງກວ່າ​ເກົ່າ, ລະ​ດັບ​ສູງກວ່າ​​ເກົ່າແລະ​ເລິກ​ເຊິ່ງກວ່າ​ເກົ່າ.