
ໃນເຂດອະນຸລັກປ່າໄມ້ແຫ່ງຊາດກຸ້ຍຫຼີນຂອງເມືອງເຊີ້ ແຂວງອ່ານຫຸຍ, ຄວາມສູງເໜືອລະດັບນໍ້າທະເລສະເລ່ຍມີ 800 ກວ່າແມັດ, ເປັນສະຖານທີ່ຫ່າງໄກສອກຫຼີກ ແລະ ສະພາບມີຄວາມຫຍຸ້ງຍາກ. ທ່ານ ຮົງຊາວຊຸນ ແລະ ເມຍຂອງລາວ ຫວາງຊຸຜິງ ມີອາຍຸ 52 ປີ, ໃນປີນີ້ ສອງຜົວເມຍນີ້ໄດ້ເຮັດວຽກມາເປັນເວລາ 30 ປີແລ້ວ.ນອກຈາກການລາດຕະເວນຢູ່ປ່າໄມ້, ສອງຄົນຍັງຍຶດໝັ້ນໃນການປູກຕົ້ນໄມ້ຕະຫຼອດປີ.
ສາມສິບປີໄດ້ຜ່ານໄປ, ຕົ້ນໄມ້ ທີ່ປູກດ້ວຍມືຂອງສອງຜົວ ເມຍ ໄດ້ເຕີບໃຫຍ່ຂຶ້ນ, ແຕ່ວ່າພວກເຂົາກໍ່ໄດ້ເຖົ້າແກ່ລົງຢ່າງຊ້າໆ. ທັງສອງທ່ານກ່າວວ່າ, ພວກເຂົາຄິດວ່າເຂດປ່າໄມ້ແຫ່ງນີ້ແມ່ນຄືກັບລູກຂອງພວກເຂົາເອງ, ຫວັງວ່າຈະປົກປ້ອງປ່າໄມ້ໄປຕະຫຼອດຊີວິດ.







